ການໂອ້ລົມສົນທະນາ ແລະ ສາຍຮູບເງົາກ່ຽວກັບທະເລຕາເວັນອອກຢູ່ ຝະລັ່ງ

(VOVWORLD) - ການໂອ້ລົມສົນທະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ສາຍຮູບເງົາກ່ຽວກັບທະເລຕາເວັນອອກຂອງຜູ້ກຳກັບການສະແດງຮູບເງົາ Marc Petitjean ໂດຍ Foyer ຫວຽດນາມ ສົມທົບກັບບາງສະມາຄົມ, ຄະນະ ແລະ ນັກຂ່າວຢູ່ ຝະລັ່ງ ຈັດຕັ້ງໃນວັນທີ 19 ພຶດສະພາ

ການໂອ້ລົມສົນທະນາ ແລະ ສາຍຮູບເງົາກ່ຽວກັບທະເລຕາເວັນອອກຢູ່ ຝະລັ່ງ - ảnh 1 ການໂອ້ລົມສົນທະນາ ແລະ ສາຍຮູບເງົາກ່ຽວກັບທະເລຕາເວັນອອກຢູ່ ຝະລັ່ງ (ພາບ: ຫວຽດນາມ +)

ຢູ່ສຳນັກງານຂອງອົງການ Foyer ຫວຽດນາມ (ເຮືອນ ຫວຽດນາມ) ຢູ່ Paris ຝະລັ່ງ. ນະທີ່ນີ້, ບັນດາຜູ້ແທນໄດ້ເຂົ້າຮ່ວມປຶກສາຫາລື ແລະ ເຕື້ອງເຖິງສະພາບການປະຈຸບັນ, ການຂັດແຍ້ງກັນຢູ່ທະເລຕາເວັນອອກ, ບັນດາຜົນພາຍຫລັງຂອງພຶດຕິກຳຕົວຈິງ ແລະ ນິຕິທຳຈາກບັນດາການເຄື່ອນໄຫວກໍ່ສ້າງຂອງ ຈີນ, ຜົນກະທົບ ແລະ ຜົນສັກສິດຂອງຄຳຕັດສິນໃນວັນທີ 12 ກໍລະກົດ ຂອງສານອະນຸຍາໂຕຕຸລາການສາກົນ (PCA), ກົດລະບຽບຂອງບັນດາເກາະຂຶ້ນກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແລະ ບົດບາດຂອງບັນດາປະເທດໃຫຍ່ໃນແງ່ຫວັງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ. ບັນດານັກບັນລະຍາຍ ແລະ ຫລາຍຄຳເຫັນ ທີ່ການສຳມະນາກໍ່ຖືວ່າ ສະພາບການຂັດແຍ້ງກັນຢູ່ທະເລຕາເວັນອອກ ມີຜົນກະທົບ ແລະ ມີສ່ວນກ່ຽວຂ້ອງ ບໍ່ພຽງແຕ່ເຖິງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງສຳລັບຫລາຍປະເທດອື່ນໆອີກດ້ວຍ, ພິເສດແມ່ນບັນດາປະເທດມະຫາອຳນາດທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ