ການໂອ້ລົມສົນທະນາກ່ຽວກັບການຍົກສູງກຳລັງຄວາມສາມາດດີຈີຕອນໃຫ້ແກ່ຊາວໜຸ່ມ

(VOVWORLD) - ຫດການຈັດຂຶ້ນໃນຂອບເຂດເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນຢູ່ ຮ່າໂນ້ຍ. ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງທ່ານ Duarte Pacheco, ປະທານສະຫະພັນລັດຖະສະພາໂລກ; ທ່ານ Martin Chungong, ເລຂາທິການ ສະຫະພັນລັດຖະສະພາໂລກ; ຜູ້ແທນສາກົນ 120 ທ່ານ ແລະ ຜູ້ແທນ ຫວຽດນາມ ກ່ວາ 300 ທ່ານ.
ການໂອ້ລົມສົນທະນາກ່ຽວກັບການຍົກສູງກຳລັງຄວາມສາມາດດີຈີຕອນໃຫ້ແກ່ຊາວໜຸ່ມ - ảnh 1ການໂອ້ລົມສົນທະນາຈັດຂຶ້ນໃນວັນທີ 14 ກັນຍາ

ວັນທີ 14 ກັນຍາ, ຢູ່ຫ້ອງວ່າການສະພາແຫ່ງຊາດ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດການໂອ້ລົມສົນທະນາ “ເພີ່ມທະວີກຳລັງຄວາມສາມາດດີຈີຕອນໃຫ້ແກ່ຊາວໜຸ່ມ”. ເຫດການຈັດຂຶ້ນໃນຂອບເຂດເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນຢູ່ ຮ່າໂນ້ຍ. ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງທ່ານ Duarte Pacheco, ປະທານສະຫະພັນລັດຖະສະພາໂລກ; ທ່ານ Martin Chungong, ເລຂາທິການ ສະຫະພັນລັດຖະສະພາໂລກ; ຜູ້ແທນສາກົນ 120 ທ່ານ ແລະ ຜູ້ແທນ ຫວຽດນາມ ກ່ວາ 300 ທ່ານ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ບຸ່ຍກວາງຮຸຍ - ເລຂາຜູ້ທີ 1 ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຫົວໜ້າຄະນະກຳມະການ ແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ, ເນັ້ນໜັກວ່າ:

        “ການຫັນປ່ຽນດີຈີຕອນແມ່ນສິ່ງທ້າທາຍ, ແຕ່ຍິ່ງກ່ວາສິ່ງໃດໝົດ, ມັນແມ່ນໂອກາດເພື່ອໃຫ້ຊາວໜຸ່ມໄປໄວກ່ວາ, ບຸກທະລຸ, ສ້າງບັນດາຄຸນຄ່າໃໝ່; ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນຂອງປະເທດຊາດໃນອະນາຄົດບໍ່ໄກ”.

        ເມື່ອເນັ້ນໜັກບົດບາດຂອງການສຶກສາ ແລະ ບຳລຸງສ້າງ ໃນການຍົກສູງກຳລັງຄວາມສາມາດຂອງດີຈີຕອນໃນໄລຍະຫັນປ່ຽນດີຈີຕອນ ແລະ ນະວັດຕະກຳໃນປະຈຸບັນ, ໃນບົດຄຳເຫັນຂອງຕົນ, ທ່ານ ປອ ເຈືອງແທັງຕຸ່ງ, ມະຫາວິທະຍາໄລ Phenika, ຖືວ່າ:

        “ຄວນໝູນໃຊ້ເຕັກໂນໂລຊີຄຸ້ມຄອງການບຳລຸງສ້າງຈາກຂັ້ນມັດທະຍົມຕອນປາຍ, ຫຼື ເວົ້າແບບອື່ນແມ່ນໝູນໃຊ້ການຫັນເປັນດີຈີຕອນໃນການສິດສອນຢູ່ຂັ້ນມັດທະຍົມຕອນປາຍຢ່າງຄົບຊຸດຢູ່ບັນດາປະເທດ້ອຍພັດທະນາ ແລະ ພວມພັດທະນາ. ພວກເຮົາຄວນຮຽບຮຽງຫຼັກສູດການເຄື່ອນໄຫວລວມເປັນເອກະພາບໃຫ້ບັນດາຊຸດຮຽນ, ຊ່ວຍປະກອບຄວາມຮູ້ທັກສະ ແລະ ຮັບປະກັນຄວາມປອດໄພໃນເຄືອຂ່າຍອິນເຕີເນັດໃຫ້ແກ່ກຸ່ມນັກຮຽນ, ນັກສຶກສາໃນບາງຂົງເຂດ.  ເລື່ອງໝູນໃຊ້ການຫັນເປັນດີຈີຕອນໃນການຕີລາຄາໝາກຜົນການຮ່ຳຮຽນ, ຄົ້ນຄ້ວາຈະຊ່ວຍໃຫ້ວິວັດການຄົ້ນຄ້ວາ ຫລຸດຜ່ອນຄວາມສ່ຽງ ແລະ ເພີ່ມຄວາມສາມາດບັນລຸຜົນສຳເລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ