ການໂອ້ລົມສົນທະນາກ່ຽວກັບການຕໍ່ສູ້ປົດປ່ອຍຊາດຂອງຫວຽດນາມຢູ່ຝຣັ່ງ

ການໂອ້ລົມສົນທະນາກ່ຽວກັບການຕໍ່ສູ້ປົດປ່ອຍຊາດຂອງຫວຽດນາມຢູ່ຝຣັ່ງ - ảnh 1
ເພື່ອນ​ມິດ ຝ​ຣັ່ງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ເປັນ​ຈຳ​
ນວນຫຼວງຫຼາຍ
(ພາບ: Bích Hà/Vietnam+)

(​vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ ແລະ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ, ວັນ​ທີ 11/4, ສະ​ມາ​ຄົມ “ບັນ​ດາ​ເພື່ອນ​ມິດ​ຂອງ Léo Figuères” (ALF) ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົ​ນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດ​ນາມ ຈາກ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ມາ​ຮອດ​ປະ​ຈຸ​ບັນ”. ການ​ໂອ້​ລົມ​ສົນ​ທະ​ນາ​ຖືກ​ດຳ​ເນີນ​ໄປ​ຢູ່​ນະ​ຄອນ Malakoff, ຊານ​ນະ​ຄອນຫຼວງ ປາ​ຣີ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ຫງວຽນ​ງອກ​ເຊີນ, ໃຫ້​ຮູ້​ວ່າ: ໃນ 30 ປີ​​ແຫ່ງ​ການ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລາດ, ເສ​ລີ​ພາບຢ່າງ​ລຽນ​ຕິດ, ປະ​ຊາ​ຊົນ ຫວຽດ​ນາມ ຕ້ອງ​ຜ່ານ​ຜ່າ​ການ​ຕໍ່​ສູ້​ທີ່​ດຸ​ເດືອດ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ທັນ​ສະ​ໄໝ​ຂອງ​ໂລກ 2 ຄັ້ງ. ນັ້ນ​ແມ່ນ​ການ​ຕໍ່​ສູ້​​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ຣັ່ງ ເປັນ​ເວ​ລາ 9 ປີ (1946 – 1954) ແລະ ການ​ຕໍ່​ສູ້​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ (1954 – 1975) ເຊິ່ງ​ສິ້ນ​ສ​ຸດ​ລົງ​ດ້ວຍບັ້ນ​ຮົບ ໂຮ່​ຈີ​ມິນ ປະ​ຫວັດ​ສາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ, ກໍ່​ເນັ້​ນ​ໜັກ​ເຖິງ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະ ຮອບ​ດ້ານ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ນັບ​ແຕ່​ເມື່ອ​ດຳ​ເນີນ​ການ​ປ່ຽ​ນ​ໃໝ່​ປີ 1986 ມາ​ຮອ​ດ​ປະ​ຈຸ​ບັນ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ ສ້າງ​ສາ​ປະ​ເທດ​ຊາດ, ​ຍ້ອນ​ມີ​ແນວ​ທາງ​ການ​ປະ​ຕິ​ວັດ​ທີ່​ຖືກ​ຕ້ອງ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ຈຶ່ງລະ​ດົມ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ໄດ້, ​ທັງ​ເສີ​ມ​ຂະ​ຫຍາຍ​ການ​ຊ່ວຍ​ເຫຼືອ​​ຈາກ​ບັນ​ດາ​ເພື່ອນ​ມິດ​ສາ​ກົນ.


ຂ່າວ/ບົດ​ອື່ນ