ການໂອ້ລົມສົນທະນາກ່ຽວກັບຫວຽດນາມຢູ່ອັກຊັງຕິນ

ການໂອ້ລົມສົນທະນາກ່ຽວກັບຫວຽດນາມຢູ່ອັກຊັງຕິນ - ảnh 1
ການໂອ້ລົມສົນທະນາກ່ຽວກັບຫວຽດນາມຢູ່ອັກຊັງຕິນ
(ພາບ: Vietnam+)


​​(vovworld) - ວັນ​ທີ 19/07, ສະຖາ​ບັນ​ວັດທະນະທຳອັກ​ຊັງ​ຕິນ - ຫວຽດນາມ (ICAV) ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳອັກ​ຊັງ​ຕິນ ຈັດການ​ໂອ້ລົມ​ສົນທະນາ​ກ່ຽວ​ກັບ​ຫວຽດນາມ ຢູ່​ສະ​ໂມ​ສອນ​ສັງຄົມ ​ແລະ ວັດທະນະທຳ San Martin, ຊານ​ນະຄອນ Buenos Aires, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປິ​ແຫ່ງ​ວັນ​ການປະຕິວັດ​ເດືອນ​ສິງຫາ ​ແລະ ວັດ​ຊາດຫວຽດນາມ ທີ 02 ກັນຍາ. ທ່ານສາດສະດາຈານ Ezequiel Ramoneda, ສັງ​​ກັດ​ມະຫາວິທະຍາ​ໄລ Sanvador ​ແລະ ສູນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໄດ້​ສະ​ເໜີ​ກ່ຽວ​ກັບ​ສະພາບການ​ໂລກ ​ແລະ ພາກ​ພື້ນ ​ເມື່ອ​ເກີດ​​ສົງຄາມ​ຢູ່ຫວຽດນາມ ກໍຄື​ບັນດາ​ຜົນ​ກະທົບຈາກ​ສົງຄາມ​ດັ່ງກ່າວ​ທີ່​ມີ​ຕໍ່​ປະຊາຊົນ​ຜູ້ຮັກຫອມ​ສັນຕິພາບ​​ໃນ​ໂລກ. ທ່ານ​ປະທານ​ສະ​ຖາ​ບັນ​ວັດທະນະທຳອັກ​ຊັງ​ຕິນ - ຫວຽດນາມ Poldi Soda ​ໄດ້​ເນັ້ນ​ໜັກ​ເຖິງ​ແບບຢ່າງ​ວິລະ​ຊົນ ​ແລະ ຄວາມ​ສາມັກຄີ​ຂອງ​ຫວຽດນາມ ​ໃນ​ການ​ຕໍ່​ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ ​ແລະ ​ໃນ​ພາລະກິດ​ສ້າງສາປະ​ເທດ​ຊາດ, ບົດ​ຮຽນ​ໃຫ້​ລຸ່ນໜຸ່ມ​ໃນ​ປະຈຸ​ບັນ, ກໍຄື​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້.

      ສິ້ນ​ສຸດ​ການ​ໂອ້​ລົມ​ສົນທະນາ, ​ໄດ້​ສາຍ​ຟິ​ມຮູບ​ເງົນທີ່​ມີ​ຊື່ວ່າ “ຫວຽດນາມ ​ໃນ​ປະຈຸ​ບັນ”, ຊິ່ງ​ໄດ້​​ເວົ້າ​ເຖິງ​ວັດທະນະທຳ, ປະ​ເທດ​ຊາດ, ມະ​ນຸດ ​ແລະ ກິດຈະການ​ພັດທະນາ​ເສດຖະກິດ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ