ການໂອ້ລົມສົນທະນາຮູບແບບສັບຊ້ອນບໍລິສັດກະສິກຳ, ປ່າໄມ້

(VOVWORLD) -ໃນໄລຍະ 6 ເດືອນຜ່ານມາ, ບັນດາບໍລິສັດກະສິກຳ, ປ່າໄມ້ ໄດ້ປະຕິບັດສຳເລັດການສັບຊ້ອນການເຄື່ອນໄຫວໃຫ້ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ຕາມຮູບແບບໃໝ່ແມ່ນ 160 ບໍລິສັດ, ບັນລຸ 62,5%...

ການໂອ້ລົມສົນທະນາຮູບແບບສັບຊ້ອນບໍລິສັດກະສິກຳ, ປ່າໄມ້ - ảnh 1 ການໂອ້ລົມສົນທະນາຮູບແບບສັບຊ້ອນບໍລິສັດກະສິກຳ, ປ່າໄມ້

(ພາບ: qdnd.vn)

ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບຮູບແບບການສັບຊ້ອນ, ປ່ຽນແປງໃໝ່ ແລະ ພັດທະນາ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບໍລິສັດກະສິກຳ, ປ່າໄມ້. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ.

        ໃນໄລຍະ 6 ເດືອນຜ່ານມາ, ບັນດາບໍລິສັດກະສິກຳ, ປ່າໄມ້ ໄດ້ປະຕິບັດສຳເລັດການສັບຊ້ອນການເຄື່ອນໄຫວໃຫ້ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ຕາມຮູບແບບໃໝ່ແມ່ນ 160 ບໍລິສັດ, ບັນລຸ 62,5%... ກ່ຽວກັບສັງລວມ, ບັນດາບໍລິສັດຫຸ້ນສ່ວນລ້ວນແຕ່ຕັ້ງໜ້າຫັນປ່ຽນກ່ຽວກັບວິທີການຈັດຕັ້ງ, ຄຸ້ມຄອງ ແລະ ບໍລິຫານວິສາຫະກິດ; ເປັນເຈົ້າການກວ່າໃນການຜະລິດດຳເນີນທຸລະກິດ, ສຸມໃສ່ເຂົ້າຂະແໜງອາຊີບຜະລິດດຳເນີນທຸລະກິດຕົ້ນຕໍ ຕິດພັນກັບການປຸງແຕ່ງ ແລະ ຕະຫຼາດ ຕາມລະບົບມູນຄ່າສິນຄ້າ…

        ທີ່ກອງປະຊຸມ, ການນຳບັນດາທ້ອງຖິ່ນໄດ້ຍົກອອກຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດການສັບຊ້ອນການປ່ຽນແປງໃໝ່ຂອງບັນດາບໍລິສັດກະສິກຳ, ປ່າໄມ້.

ຕອບກັບ

ຂ່າວ/ບົດ​ອື່ນ