ການໃຊ້ຄວາມຮຸນແຮງຢ່າງນອງເລືອດຢູ່ອີຣັກສືບຕໍ່ເກີດຂຶ້ນ

ການໃຊ້ຄວາມຮຸນແຮງຢ່າງນອງເລືອດຢູ່ອີຣັກສືບຕໍ່ເກີດຂຶ້ນ - ảnh 1


(vovworld)-  ການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ນອງ​ເລືອດ​ເກີດ​ຂຶ້ນ​ໃນ 2 ມື້​ຜ່ານ​ມາ ​ຢູ່​ອີຣັກ​​ ​​ໄດ້​ເຮັດ​ໃຫ້ 31 ຄົນ​ເສຍ​ຊີວິດ ​ແລະ 13 ຄົນ​ຖືກ​ບາດ​ເຈັບ, ຍົດ​ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ນັບ​ແຕ່​ຕົ້ນ​ເດືອນ 7 ມາ​ຮອດ​ປະຈຸ​ບັນ​ຂຶ້ນ​ເຖິງ 190 ຄົນ. ​ເຫດການ​ບຸກ​ໂຈມ​ຕີນ​ອງ​ເລືອດ​ທີ່​ສຸດ​ໃນ​ວັນ​ທີ 8/7 ຢູ່​ນະຄອນ Mosul ພາກ​ໃຕ້ ອີຣັກ ​ໄດ້​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ເດັກນ້ອຍ 3 ຄົນ ​ແລະ ອີກ 8 ຄົນ​ຖືກ​ຮັບ​ບາດ​ເຈັບ. ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ອີຣັກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ນັບ​ແຕ່​ຕົ້ນ​ປີ ພາຍຫລັງ​ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ສ່ວນ​ຫນ້ອຍ​ນີກາຍ ຊັນ​ນີ ​ໄດ້​ປຸກລະດົມ​ການ​ແຫ່​ຂະ​ບວນປຄັດຄ້ານ​ລັດຖະບານ ​ໂດຍ ຊາວ​ ຊີ​ອາ ນຳພາ.

ຂ່າວ/ບົດ​ອື່ນ