ການໜູນຊ່ວຍທຶນກູ້ຢືມຂອງທະນາຄານລົງທຶນ ເອີລົບ ສະຫງວນໃຫ້ແກ່ຫວຽດນາມ ຈະເພີ່ມຂຶ້ນທົບ 2 ເທົ່າ

(VOVWORLD) - ທະນາຄານພວມສ້າງທິດທາງເພື່ອໃຫ້ການລົງທຶນທັງໝົດ ລ້ວນແຕ່ຮັບໃຊ້ບັນດາ ໂຄງການຫັນເປັນສີຂຽວ.
ການໜູນຊ່ວຍທຶນກູ້ຢືມຂອງທະນາຄານລົງທຶນ ເອີລົບ ສະຫງວນໃຫ້ແກ່ຫວຽດນາມ ຈະເພີ່ມຂຶ້ນທົບ 2 ເທົ່າ - ảnh 1(ທ່ານ Kris Peeters, ຮອງປະທານທະນາຄານລົງທຶນ ເອີລົບ)

            ໃນໄລຍະຈະມາເຖິງ, ການໜູນຊ່ວຍທຶນກູ້ຢຶມຂອງທະນາຄານລົງທຶນ ເອີລົບ ໃຫ້ແກ່ຫວຽດນາມ ຈະເພີ່ມຂຶ້ນທົບ 2 ເທົ່າ. ນີ້ແມ່ນຄຳຢືນຢັນຂອງທ່ານ Kris Peeters, ຮອງປະທານທະນາຄານລົງທຶນ ເອີລົບ, ເມື່ອແບ່ງປັນກ່ຽວກັບວິວັດການຫັນເປັນສີຂຽວ ພ້ອມກັບບັນດາໂຄງການໜູນຊ່ວຍຂອງທະນາຄານຢູ່ ຫວຽດນາມ, ທີ່ການຖະແຫຼງຂ່າວ ເຊິ່ງດຳເນີນໃນຕອນເຊົ້າວັນທີ 08 ກັນຍາ, ຢູ່ ຮ່າໂນ້ຍ. ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ.

          ທ່ານຮອງປະທານທະນາຄານການລົງທຶນ ເອີຣົບ Kris Peeters ໃຫ້ຮູ້ວ່າ: ທະນາຄານພວມສ້າງທິດທາງເພື່ອໃຫ້ການລົງທຶນທັງໝົດ ລ້ວນແຕ່ຮັບໃຊ້ບັນດາ ໂຄງການຫັນເປັນສີຂຽວ.

    ຫວຽດນາມ ແມ່ນປະເທດທີ່ມີການພັດທະນາຢ່າງວ່ອງໄວ. ສິ່ງສຳຄັນແມ່ນຕ້ອງລົງທຶນໃສ່ພື້ນຖານໂຄງລ່າງສີຂຽວ ເພື່ອການເຕີບໂຕແບບຍືນຍົງໃນອະນາຄົດ. ຕ້ອງເນັ້ນໜັກວ່າ, ການດຳລົງຊີວິດປະຊາຊົນຈະຖືກຜົນກະທົບຢ່າງໜັກໜ່ວງ ຖ້າຫາກພວກເຮົາບໍ່ຄ່ອຍໆກໍ່ສ້າງ ແລະ ຫັນປ່ຽນໃໝ່ພື້ນຖານໂຄງລ່າງສີຂຽວ. ໃນທ້າຍປີ2022, ພວກຂ້າພະເຈົ້າໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢູ່ສຳນັກງານຂອງທະນາຄານລົງທຶນ ເອີລົບ ເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ການລົງທຶນສີຂຽວເຂົ້າ ຫວຽດນາມ ແລະ ນີ້ແມ່ນສາຍເຫດຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂ້າພະເຈົ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ