ກໍາມາທິການກົດໝາຍຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 18

(VOVWORLD) -ວັນທີ 24 ເມສາ, ຢູ່ຫໍສະພາແຫ່ງຊາດ, ກໍາມາທິການກົກໝາຍ ຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 18. 
ກໍາມາທິການກົດໝາຍຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 18 - ảnh 1(ພາບປະກອບ: quochoi.vn) 

ທີ່ກອງປະຊຸມ, ທ່ານ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຟ້າມຮົ່ງຮ່າ ໄດ້ອະພິປາຍກ່ຽວກັບເນື້ອໃນ “ການປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງຄ່າບໍລິການບໍາລຸງຮັກສາຄອນໂດໃນປັດຈຸບັນ, ບັນດາສິ່ງຄ້າງຄາ, ບັນຫາຮ້ອນເຮັ່ງ ແລະ ມາດຕະການແກ້ໄຂ”.

        ໃນວັນດຽວກັນ, ລັດຖະມົນຕີກະຊວງຍຸຕິທໍາ, ລັດຖະມົນຕີ-ຫົວໜ້າຫ້ອງວ່າການລັດຖະບານ ແລະ ກະຊວງ, ຂະແໜງການ ຈໍານວນໜຶ່່ງທີ່ກ່ຽວຂ້ອງ ໄດ້ອະພິປາຍກ່ຽວກັບເນື້ອໃນ “ວຽກງານການປະເມີນຜົນ ແລະ ການຮັບເອົາ, ອະພິປາຍຄໍາເຫັນກ່ຽວກັບການປະເມີນຜົນໃນການຄຸ້ມຄອງ, ສ້າງຮ່າງກົດໝາຍ, ລັດຖະບັນຍັດ, ມະຕິໃຫ້ສົມບູນແບບ ຍື່ນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ