ກາລະໂອກາດສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ແລະ ອຸປະກອນການແພດປ້ອງກັນ, ສະກັດກັ້ນໂລກລະບາດໄປຍັງອົດສະຕາລີ

(VOVWORLD) -  ຕອນເຊົ້າວັນທີ 08 ພຶດສະພາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ແລະ ທ່ານລັດຖະມົນຕີກະຊວງການຄ້າ, ທ່ອງທ່ຽວ ແລະ ລົງທຶນອົດສະຕາລີ Simon Birmmingham ໄດ້ດຳເນີນກອງປະຊຸມແລກປ່ຽນທາງອອນລາຍ ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດໃນໄລຍະຫລັງໂຄວິດ-19. 

ນີ້ແມ່ນກອງປະຊຸມແລກປ່ຽນສຳຄັນລະຫວ່າງລັດຖະມົນຕີເສດຖະກິດ 2 ທ່ານ ນັບແຕ່ເມື່ອເກີດພະຍາດໂຄວິດ-19, ສົ່ງຜົນສະທ້ອນຕໍ່ບັນດາໂອກາດພົບປະໂດຍກົງ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ຊີ້ແຈ້ງວ່າ:

        “ໃນສະພາບທີ່ຫວຽດນາມ ກໍ່ຄືບັນດາປະເທດຕ່າງໆ ພວມມີມາດຕະການ ບົນພື້ນຖານໝາກຜົນຂອງການປ້ອງກັນພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ພວມເປີດປະຕູຄືນໃໝ່ ກໍ່ຄືພວມຟື້ນຟູພື້ນຖານເສດຖະກິດກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວ…ພວກເຮົາຄວນສຸມໃສ່ການແລກປ່ຽນ, ປຶກສາຫາລື ແລະ ເຮັດແຈ້ງບາງເປົ້າໝາຍກຳນົດທິດ ແລະ ມາດຕະການ, ວິທີການແກ້ໄຂລະອຽດ ເພື່ອໃຫ້ໄດ້ໝາກຜົນທີ່ຕັ້ງໜ້າ ແລະ ແຂງແຮງກ່ວາ ໃນການເຄື່ອນໄຫວການຄ້າ ກໍ່ຄືການພັດທະນາເສດຖະກິດຂອງ 2 ປະເທດ ນັ້ນແມ່ນສິ່ງທີ່ຈຳເປັນທີ່ສຸດ.

       ສ່ວນທ່ານລັດຖະມົນຕີກະຊວງການຄ້າ, ທ່ອງທ່ຽວ ແລະ ລົງທຶນອົດສະຕາລີ Simon Birmmingham ກໍ່ຕີລາຄາສູງບັນດາໝາກຜົນຂອງ ຫວຽດນາມ ໃນການຄວບຄຸມພະຍາດໂຄວິດ-19, ກໍ່ຄືບັນດາມາດຕະການໜູນຊ່ວຍວິສາຫະກິດ, ພັດທະນາເສດຖະກິດ, ໃນການຮັກສາລະບົບສະໜອງ, ພິເສດແມ່ນການສົ່ງອອກເຂົ້າສານ.

ຕອບກັບ

ຂ່າວ/ບົດ​ອື່ນ