ກ່ຳປັ່ນກອງທັບເຮືອລັດເຊຍຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ,ແຂວງແຄ້ງຮວ່າ

ກ່ຳປັ່ນກອງທັບເຮືອລັດເຊຍຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ,ແຂວງແຄ້ງຮວ່າ - ảnh 1
ກຳ​ປັ່ນ Varyag ຂອງ​ລັດ​ເຊຍ
 (ພາບ: AFP)

(vovworld) –​​​ວັນ​ທີ 27/4, ກອງກ່ຳ​ປັ່ນ​ແມ່​ທັບ​ເຮືອ​ປາ​ຊີ​ຝິກ, ກອງ​ທັບ​ເຮືອ​ສະ​ຫະ​ພັນ​ລັດ​ເຊຍ ພ້ອມ​ກັບ​ລູກ​ເຮືອກວ່າ 640 ຄົນ ໂດຍ​ທ່ານພັນ​ຕີ Ulyanenko Alexey ເປັນ​ຜູ້​ບັນ​ຊາການ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທ່າກ່ຳ​ປັ່ນ​ສາ​ກົນ​ກາມ​ແຣງ ແລະ ນະ​ຄອນ​ຍາ​ຈາງ  ( ແຂວງ​ແຄ້ງ​ຮ​ວ່າ ). ໃນ​ໄລ​ຍະ​ຢູ່ຢ້ຽມ​ຢາມ ກຸ່ມ​ບັນ​ຊາ​​ກອງກ່ຳ​ປັ່ນ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແຄ້ງ​ຮ​ວ່າ, ເຫຼົ່າ​ທັບ​ເຮືອ, ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ​ ເພື່ອອາ​ໄລ​ຫາ​ບັນ​ດາ​ທະ​ຫານ​ໂຊວຽດ-ສະ​ຫະ​ພັນ​ລັດ​ເຊຍ-ຫວຽດ​ນາມ ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ພົບ​ປະ​ແລກ​ປ່ຽນ​ກັບ​ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ເຮືອ​ປະ​ຊາ​ຊົນ​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ຂອງ​ແມ່​ທັບຮືອ​ ກອງ​ທັບ​ເຮືອ​

ສ​ະ​ຫະ​ພັນ​ລັດ​ເຊຍ ແມ່ນເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແລະ ການ​ຮ່ວມ​ມື​ ລະ​ຫວ່າງ ກອງ​ທັບ​ເຮືອ​ ​ສອງ​ປະ​ເທດ ຫວຽດ​ນາມ-ສະ​ຫະ​ພັນ​ລັດ​ເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ