ກຳປັ່ນສູ້ຮົບໄດ້ເຂົ້າເຂດ12ໄມທະເລອ້ອມເກາະເຊິ່ງຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ

ກຳປັ່ນສູ້ຮົບໄດ້ເຂົ້າເຂດ12ໄມທະເລອ້ອມເກາະເຊິ່ງຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ: Naval Today)

(vovworld) – ວັນ​ທີ 27/10, ສຳນັກ​ຂ່າວສານ AFP ຂອງ​ຝລັ່ງ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຊາດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ກຳປັ່ນ​ຂັບ​ໄລ່​ໄດ້​ປະກອບ​ລູກ​ສອນ​ໄຟ​ພາ​ທາງ USS Lassen ຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ ​ໄດ້​ເຂົ້າ​ເຂດ 12​ ໄມທະ​ເລ​ ອ້ອມ​ບັນດາເກາະ​ທຽມເຊິ​ງຈີນ ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່ໝູ່​ເກາະ ​ເຈື່ອງ​ຊາ ຂອງ​ຫວຽດນາມ. ນີ້​​ໄດ້​ຮັບ​ຖື​ວ່າ ​ແມ່ນ​ການ​ກະທຳ​ລະອຽດ​ທຳ​ອິດໃນ​ແຜນການ​ຂອງ​ອາ​ເມ​ລິ​ກາ ທີ່​ວ່າ ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ລາດ​ຕາ​ເວນ​ຢູ່​ທະ​ເລ​ຕາ​ເວັນອອກ​ເປັນ​ປະຈຳ. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ໄດ້​ຢືນຢັນ​ວ່າ “ພວກ​ຂ້າພະ​ເຈົ້າ​ພວ​ມດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​​ເປັນ​ປົກ​ກະຕິ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເໝາະ​ສົມ​ກັບ​ກົດໝາຍສາກົນ. ບັນດາ​ກຳລັງ​ຂອງ​ອາ​ເມ​ລິ​ກາ ​ເຄື່ອນ​ໄຫວ​ຢູ່​ອາຊີ - ປາຊີ​ຟິກ ​​ໂດ​ຍອີງ​ໃສ່​ພື້ນຖານ​ປະ​ຈຳ​ວັນ, ນັບ​ທັງ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້ກໍ​ຕັກ​ເຕື່ອນວ່າ, ການ​ເຄື່ອນ​ໄຫວ​ຄື​ແນວ​ນັ້ນ “ບໍ່​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ອະ​ທິປະ​ໄຕ​ສຳລັບ​​ເກາະ​​ແຫ່ງ​ຕ່າງໆ​ນັ້ນ”. ສ່ວນຕາມ​ສຳນັກ​ຂ່າວສານ Reuters, ການ​ລາດ​ຕາ​ເວນ​ຂອງກຳ່​ປັ່ນ USS Lassen ເຂົ້າ​ໃກ​້ກັບ​​ເຂດ​ເກາະຫີ​ນ Subi (Subi Reef) ​ແລະ ​ເກາະຫີນ​ແວ່ງ​ຂັນ (Mischief Reef) ​ຂຶ້ນ​ກັບ​ໝູ່​ເກາະ​​ເຈື່ອງ​ຊາ ຂອງ​ຫວຽດນາມ ແລະ ​ໄດ້​ຮັບ​ກາ​ນຄຸ້ມ​ຊູ​ຈາກ​ເຮືອບິນ​ສອດ​ແນມ P – 8A ​ແລະ P – 3, ​ເຊິ່ງ​ເຄີຍ​ດຳ​ເນີນ​​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ເຂດ​. ບັນດາ​ການ​ລາດ​ຕາ​ເວນ​ຄັ້ງ​ຕໍ່​ໄປ​ອາດ​ຈະ​ດຳ​ເນີນ​ໃນ​ຊຸມສັບປະດາ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ