ກ່ຳປັ່ນສະໜາມບິນອາເມລິກາລາດຕາເວນຢູ່ທະເລຕາເວັນອອກ

ກ່ຳປັ່ນສະໜາມບິນອາເມລິກາລາດຕາເວນຢູ່ທະເລຕາເວັນອອກ - ảnh 1
ກ່ຳ​ປັ່ນ​ສະ​ໜາມ​ບິນ​ລ​ຸ​້​ນ Nimitz USS Carl Vinson
(ພາ​ບ: Reuters)

(vovworld) – ວັນ​ທີ 18/2, ກອງ​ທັ​ບ​ເຮືອ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ກຸ່ມ​ສູ້​ຮົບ​​ກ່ຳ​ປັ່ນ​ສະ​ໜາມ​ບິນ​ຂອງ​ປະ​ເທດນີ້​​ເລີ່ມ​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກອງ​ທັບ​ເຮືອ ອາ​ເມ​ລິ​ກາ ໄດ້​ຊີ້​ແຈ້ງວ່າ: ກຸ່ມ​ສູ້​ຮົບ​ດັ່ງ​ກ່າວ, ໃນ​ນັ້ນ​ມີ​ກ່ຳ​ປັ່ນ​ສະ​ໜາມ​ບິນ​ລ​ຸ​້​ນ Nimitz USS Carl Vinson, ເລ​ີ່ມ​​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ປົກ​ກະ​ຕິ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ວັນ​ທີ 18/2. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ລົງ​ໃນ​ສື່​ສັງ​ຄົມອອນ​ລາຍ Facebook ​ຂອງ​ກ່ຳ​ປັ່ນ USS Carl Vinson. ທ່ານ​ພົນ​ຈັດ​ຕະ​ວາ James Kilby, ຜູ້​ບັນ​ຊາ​​ກຸ່ມສູ້​ຮົບ​ທະ​ຫານ​ເຮືອ ໄດ້​ຢັ້ງ​ຢືນ​ວ່າ: ​ຜ່ານ​ການ​ຝຶກ​ຊ້ອມຢູ່ ປາ​ຊີ​ຟິກ​ ຫຼາຍ​ສັບ​ປະ​ດາ​ປັບ​ປຸງ​ລັ​ກ​ສະ​ນະ​ປະ​ສິດ​ທິ​ຜົນ ແລະ ຄວາມ​ສາ​ມາດ​ກຽມ​ພ້ອມ​ສູ້ຮົບ​ຂອງ​ກຸ່ມ. ນາຍ​ພົນ Kilby ເນັ້ນ​ໜັກ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ສະ​ແດງ​ບັນ​ດາ​ກຳ​ລັງ​ຄວາມ​ສາ​ມາດນີ້, ກໍ່​ຄື​ອີງ​ໃສ່​ບັນ​ດາ​ການ​ພົວ​ພັນ​ເຂັ້ມ​ແຂງ​ທີ່​ເຄີຍ​ມີ​ຢູ່​ແລ້ວ​ກັບ​ບັນ​ດາ​ສຳ​ພັນ​ທະ​ມິດ, ຄູ່​ຮ່ວມ​ມື ແລະ ເພື່ອນ​ມິດ​ຢູ່​ເຂດ ມ​ະ​ຫາ​ສະ​ໝຸດ ອ​ິ​ນ​ເດຍ - ອາ​ຊີ - ປາ​ຊີ​ຟິກ”.


ຂ່າວ/ບົດ​ອື່ນ