ກຳປູເຈຍ ປ່ອຍຕົວເປັນອິດສະຫຼະ ໃຫ້ແກ່ຫົວໜ້າພັກຝ່າຍຄ້ານ

(VOVWORLD) - ຕອນເຊົ້າວັນທີ 10 ກັນຍາ, ອະດີດປະທານພັກກູ້ຊາດ CNRP ຝ່າຍຄ້ານ ໄດ້ຖືກຍົກເລີກຢູ່ກຳປູເຈຍ, ທ່ານ Kem Sokha ໄດ້ຖືກປ່ອຍຕົວ ອອກຈາກຄຸກ Trapeng phlong  ຢູ່ແຂວງ Tbong Khmun ແລະ ກຳລັງເຈົ້າໜ້າທີ່ກຳປູເຈຍໄດ້ສົ່ງຕົວທ່ານ ກັບຄືນສູ່ເຮືອນພັກສ່ວນຕົວ ຢູ່ ນະຄອນຫຼວງພະນົມເປັນ. 

ກຳປູເຈຍ ປ່ອຍຕົວເປັນອິດສະຫຼະ ໃຫ້ແກ່ຫົວໜ້າພັກຝ່າຍຄ້ານ - ảnh 1 ທ່ານ Kem Sokha ອະດີດປະທານພັກກູ້ຊາດ CNRP ຝ່າຍຄ້ານ

(ພາບ:AFP/TTXVN)

ສານຂັ້ນຕົ້ນ ພະນົມເປັນ ໄດ້ອອກແຈ້ງການຢັ້ງຢືນວ່າ ສານພຽງແຕ່ປ່ຽນແປງມາດຕະການແກ້ໄຂສຳລັບທ່ານນີ້ ຈາກການຄຸມຂັງຊົ່ວຄາວ ມາເປັນປ່ອຍຕົວອອກຈາກຄຸກເພື່ອ ສືບສວນ.

ວັນທີ 30 ສິງຫາ, ສານຂັ້ນຕົ້ນ ພະນົມເປັນ ໄດ້ອອກຄຳຕັດສິນ ຕໍ່ເວລາຄຸມຂັງຊົ່ວຄາວອອກໄປອີກ 6 ເດືອນ ສຳລັບທ່ານ Kem Sokha ເພື່ອສືບຕໍ່ຮັບໃຊ້ວຽກງານສືບສວນ, ພິພາກສາກ່ຽວກັບການເຄື່ອນໄຫວລັບສົມຮູ້ຮ່ວມຄິດກັບຕ່າງປະເທດເປັນເວລາຍາວນານ. ຄຳຕັດສິນໄດ້ຍົກອອກໃນສະພາບການທີ່ ລັດຖະບານໃໝ່ຢູ່ກຳປູເຈຍ  ໂດຍພັກປະຊາຊົນ ກຳປູເຈຍ (CPP) ຂອງນາຍົກລັດຖະມົນຕີ Hun Sen ນຳພາ ໄດ້ສຳເລັດການສັບຊ້ອນກົງຈັກລັດຖະບານ ແລະ ມີນັກເຄື່ອນໄຫວການເມືອງຝ່າຍຄ້ານຫຼາຍຄົນ ທີ່ທ່ານນາຍົກລັດຖະມົນຕີ Hun Sen ສະເໜີໃຫ້ອະໄພຍະໂທດ ແລະ ປ່ອຍຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ