ກຳປູເຈຍ - ລາວ - ຫວຽດນາມ ແບ່ງປັນບົດຮຽນປະສົບການ ໃນການຍົກສູງຄຸນນະພາບການກວດສອບ

(VOVWORLD) -
ກຳປູເຈຍ - ລາວ - ຫວຽດນາມ ແບ່ງປັນບົດຮຽນປະສົບການ ໃນການຍົກສູງຄຸນນະພາບການກວດສອບ - ảnh 1ກອງປະຊຸມຜູ້ນຳອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (ພາບ: dangcongsan.vn)

  ຕັ້ງແຕ່ວັນທີ 27-31 ສິງຫາ, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຜູ້ນຳສາມອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ  10 ດ້ວຍຫົວຂໍ້ “ຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ”. ທີ່ກອງປະຊຸມ, ຜູ້ຕາງໜ້າອົງການກວດສອບແຫ່ງລັດຂອງ 3 ປະເທດ ໄດ້ຍົກອອກບັນດາຂໍ້ສະເໜີ, ວິທີການແກ້ໄຂ ແນໃສ່ປະກອບສ່ວນເພີ່ມທະວີປະສິດຕິຜົນຂອງວຽກງານຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ ແລະ ສ້າງຮູບແບບການພັດທະນາທີ່ເຂັ້ມແຂງຂອງບັນດາອົງການກວດສອບແຫ່ງລັດ. ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາບັນຫາພື້ນຖານເຊັ່ນ: ພື້ນຖານດ້ານນິຕິກຳກໍ່ຄືທຳນຽມຂອງສາກົນກ່ຽວພັນຕໍ່ວຽກງານການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ; ການປະຕິບັດຕົວຈິງ ແລະ ບັນດາບົດຮຽນທີ່ຖອດຖອນມາໄດ້ຂອງແຕ່ລະປະເທດໃນວຽກງານຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ; ບັນດາສິ່ງທ້າທາຍທີ່ມີຕໍ່ກັບບັນດາອົງການກວດສອບສູງສຸດ ແລະ ວິທີການຍົກສູງຄຸນນະພາບຂອງວຽກງານຕິດຕາມການປະຕິບັດຂໍ້ສະເໜີກ່ຽວກັບການກວດສອບ. ແຕ່ລະຝ່າຍກໍ່ໄດ້ເປັນເອກະພາບກັນກ່ຽວກັບຫົວຂໍ້ໃນກອງປະຊຸມຄັ້ງທີ 11 ເຊິ່ງຈະຖືກຈັດຂື້ນທີ່ ກຳປູເຈຍ ໃນປີ 2025./.

ຕອບກັບ

ຂ່າວ/ບົດ​ອື່ນ