ກຳປູເຈຍ:CNRPໂຈະການເຈລະຈາກັບCPP

ກຳປູເຈຍ:CNRPໂຈະການເຈລະຈາກັບCPP - ảnh 1
ກຳມະກອນໂຮງງານຕັດຫຍີບແຫ່ຂະບວນປະທ້ວງ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)


(vovworld) – ພັກ​ກູ້​​ໄພ​ແຫ່​ງຊາດ ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ​ໄດ້​ຕົກລົງ​​ໂຈະ​ການ​ເຈລະຈາ​ກັບ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hunsen, ​ເຊິ່ງຄາດ​ວ່າ​ດຳ​ເນີນ​ໃນ​ວັນ​ທີ 3/1 ດ້ວຍ​ສາຍ​ເຫດ​ທີ່​ວ່າ ວົງ​ການ​ເຈົ້າໜ້າ​ທີ່​ກຳປູ​ເຈຍ ​ໄດ້​ຍຸບ​​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ກຳມະກອນ​ຢູ່​ໂຮງງານ​ຕັດຫຍິບ​ແຫ່ງ​ໜຶ່ງຢູ່​ຊານ​ນະຄອນຫຼວງ ພະນົມ​ເປັນ. CNRP ຖະ​ແຫຼ​ງຈະ​ເຊື່ອມ​ຕໍ່​ການ​ເຈລະ​ຈາ​ ຖ້າ​ຫາກ​ອຳນາດ​ການ​ປົກຄອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ.

    ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂຄສົກ​ຂອງ​ສາລະວັດ​ທະຫານ​ລາຊະ​ອານາຈັກ ກຳປູ​ເຈຍ, ທ່ານ Kheng Tito ​ໃຫ້​ຮູ້​ວ່າ: ບັນດາ​ກຳມະກອນ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ທຳລາຍ​ຊັບ​ສິນ​ຂອງ​ໂຮງງານ ອັນ​ໄດ້​​ເຮັດ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ມີ​ມາດ​ຕະການ​ສະ​ກັດ​ກັ້ນ. ຕອນ​ຄຳ່​ວັນ​ທີ 2/1, CPP ​ໄດ້​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ຄຳ​ຕັດສິນ​​ໂຈະ​ການ​ເຈລະຈາ​ຂອງ CNRP, ຖື​ວ່າ CNRP ​ໄດ້​ສວຍ​ໃຊ້​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ວົງ​ການ​ເຈົ້າໜ້າ​ທີ່ ​ແລະ ກຳມະກອນ​ແຫ່​ຂະ​ບວນປະ​ທ້ວງ ​ເພື່ອ​ໂຈະ​ແຜນການ​​ເຈລະຈາ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ CNRP ບໍ່​ປາດ​ຖະໜາ​ຢາກ​ຊອກ​ຫາ​ມາດ​ຕະການ​ຜ່ານ​ການ​ເຈລະ​ຈາ. ​ກໍ່​ໃນ​ຄຳ​ຖະ​ແຫຼ​ງນີ້, CPP ຊຸກຍູ້​ໃຫ້ CNRP ຢຸດຕິ​ການຍຸຍົງ​ສົ່ງ​ເສີມ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ກໍຄວາມ​ສັບສົນ​ທາງ​ສັງຄົມ ​ແລະ ​ກັບ​ຄື​ສູ່​ການ​ເຈລະຈາ​ໃນ​ທັນທີ​ເພື່ອ​ແກ້​ໄຂ​ບັນຫາ​ຢ່າງ​ສັນຕິພາບ ​ແລະ ​ເພື່ອຜົນ​ປະ​ໂຫຍ​ດຂອງ​ຊາດ.

 

ຂ່າວ/ບົດ​ອື່ນ