ກຳ​ປູ​ເຈຍ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຮ່ວມ​ມື​ອະ​ນຸ​ພ​າ​ກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ​ຄັ້ງ​ທີ 7

(VOVWORLD) -ຄະນະເລຂາທິການ ອານຸພາກພື້ນ ແມ່ນ້ຳຂອງເປີດໃຫ້ຮູ້ວ່າ ກຳປູເຈຍ ຈະຈັດຕັ້ງກອງປະຊຸມຮ່ວມມືເຂດອານຸພາກພື້ນ ແມ່ນ້ຳຂອງເປີດກວ້າງຄັ້ງທີ 7 (GMS7) ຕາມຮູບການທາງອອນລາຍ ໃນວັນທີ 25 ມີນາ ຈະມາເຖິງ, ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການໂລກລະບາດໂຄວິດ - 19 ແລະ ສະພາບການຢູ່ມຽນມາ.
ກຳ​ປູ​ເຈຍ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຮ່ວມ​ມື​ອະ​ນຸ​ພ​າ​ກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ​ຄັ້ງ​ທີ 7 - ảnh 1ທ່ານ Kin Phea ຜູ້ອຳນວຍການໃຫຍ່ ສະຖາບັນຮ່ວມມືສາກົນຂຶ້ນກັບສະຖາບັນ ພະບໍລົມວົງສານຸວົງກຳປູເຈຍ  (ພາບ: khmertimeskh)

ຕອບສຳພາດຕໍ່ນັກຂ່າວ khmer Timer, ທ່ານ Kin Phea ຜູ້ອຳນວຍການໃຫຍ່ ສະຖາບັນຮ່ວມມືສາກົນຂຶ້ນກັບສະຖາບັນ ພະບໍລົມວົງສານຸວົງກຳປູເຈຍ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມສຳຄັນ ທີ່ໄດ້ດຳເນີນໄປໃນສະພາບການພາກພື້ນພວມປະເຊີນໜ້າກັບບາງສິ່ງທ້າທາຍ. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມ, ລວມມີ ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຈະປຶກສາຫາລືການຊອກຫາວິທີຮັບມືກັບໂລກລະບາດໂຄວິດ - 19 ແລະ ແກ້ໄຂບັນດາຜົນກະທົບຕໍ່ພາກພື້ນຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ