ກຳປູເຈຍສະຫນັບສະຫນູນTimorLesteກາຍເປັນສະມາຊິກຂອງອາຊຽນ

ກຳປູເຈຍສະຫນັບສະຫນູນTimorLesteກາຍເປັນສະມາຊິກຂອງອາຊຽນ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ HunSen
ພາບ:internet

(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ HunSen ໄດ້​ຢັ້ງ​ຢືນ​ຄືນ​ການ​ສະ​ຫນັບ​ສະ​ຫນູນ Timor Leste ກາຍ​ເປັນ​ສະ​ມາ​ຊິກ​ທີ 11 ຂອງ​ອາ​ຊຽນ ແລະ ສະ​ມາ​ຊີກ​ຂອງ​ອົງ​ການ​ການ​ຄ້າ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ຫາ​ກໍ​ໄປ​ຢ້ຽມ​ຢາມ Timor Leste ໃນ​ເວ​ລາ 2 ວັນ ຄື​ວັນ​ທີ 20 ແລະ 21/8. ທ່ານ Hun Sen ໝັ້ນ​ໝາຍ​ຈະ​ຫນູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ສົ່ງ​ຜູ້​ຊ່ຽວ​ຊານ​ມາ​ຊ່ວຍ Timor Leste ກາຍ​ເປັນ​ສະ​ມາ​ຊິກ ຂອງ ອົງ​ການ​ການ​ຄ​້າ​ໂລກ ແລະ ກອງ​ປະ​ຊຸມ ສ​ປ​ຊ ກ່ຽວ​ກັບ​ການ​ຄ້າ ແລະ ພັດ​ທະ​ນາ. ນອກນັ້ນ ໃນ​ການ​ຢ້ຽມ​ຢາມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 3 ສະ​ບັບ ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ​້າ, ການ​ທ່ອງ​ທ່ຽວ, ນ້ຳ​ມັນ​ອາຍ​ແກ​ດ​ສ.

ຕອບກັບ

ຂ່າວ/ບົດ​ອື່ນ