ກຳປູເຈຍສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ

(VOVWORLD) -ວັນທີ 02 ທັນວາ, ຢູ່ນະຄອນຫຼວງ ພະນົມເປັນ ໄດ້ດຳເນີນພິທີມິດຕິງສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດກຳປູເຈຍ, ປະຈຸບັນແມ່ນແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ (02 ທັນວາ 1978 – 02 ທັນວາ 2017).
ກຳປູເຈຍສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ - ảnh 1(ກຳປູເຈຍສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ)

ກ່າວຄຳເຫັນທີ່ພິທີມິດຕິງ, ທ່ານປະທານສະພາແຫ່ງຊາດ, ປະທານສະພາຊົນເຜົ່າແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ Samdech Heng Samrin ຢືນຢັນວ່າ,  ແນວໂຮມ 2/12 ບໍ່ພຽງແຕ່ກູ້ຊ່ວຍໃຫ້ທັງໝົດຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ເທົ່ານັ້ນ, ຫາກຍັງໜູນຊ່ວຍການຟື້ນຟູ, ສ້າງສາ ແລະ ພັດທະນາປະເທດຊາດ ໃນທຸກແງ່ມູນອີກດ້ວຍ.

        ທີ່ພິທີມິດຕິງ, ອຸປະທູດຊົ່ວຄາວ, ສະຖານທູດຫວຽດນາມ ຫງວຽນຈ໋າກຕ່ວານ ພ້ອມກັບຜູ້ຕາງໜ້າສະຖານທູດບາງປະເທດປະຈຳກຳປູເຈຍ ໄດ້ເຂົ້າຮ່ວມ ແລະ ມອບດອກໄມ້ອວຍພອນ.

ຕອບກັບ

ຂ່າວ/ບົດ​ອື່ນ