ກຳປູເຈຍໂຈະການຊ້ອມຮົບ “ຜູ້ດູແລຫໍພະວິຫານ ອັງກໍ” ກັບອາເມລິກາ

ກຳປູເຈຍໂຈະການຊ້ອມຮົບ “ຜູ້ດູແລຫໍພະວິຫານ ອັງກໍ” ກັບອາເມລິກາ - ảnh 1
ພາບ​ປະ​ກອ​ບ

(vovworld) - ​ວັ​ນ​ທີ 16/1, ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ ປະ​ເທດນີ້​ຫາກໍ່​ແຈ້ງ​​ການ​ໃຫ້ ອາ​ເມ​ລິ​ກາ ຮັບ​ຊາບກ່ຽວ​ກັບ​ການ​ໂຈະ​ການ​ຊ້ອມ​ຮົບ​ຮ່ວມ​ປະ​ຈ​ຳ​ປີ​ໃນ​ປີນີ້​ໄວ້, ເຖິງວ່າ​ແຜນ​ການ​ດຳ​ເນີນ​ການ​ຊ້ອມ​ຮົບ​ໄດ້​ເລີ່ມ​ດຳ​ເນີນ​ແລ້ວກໍ່​ຕາມ. ຕາມ​ໂຄ​ສົກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ, ນາຍ​ພົນ Chhum Socheath ແລ້ວ, ການ​ຊ້ອມ​ຮົບ “ຜູ້​​ດູ​ແລ​ພະ​ວິ​ຫານ ອັງ​ກໍ” ໄດ້​ຖືກ​ໂຈະ​ໄວ້​ຍ້ອນ​ບັນ​ດາ​ກຳ​ລັງ​ຂອງ​ປະ​ເທດນີ້ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ໄດ້​ຍ້ອນ 2 ​ເຫດ​​ການສ​ຳ​ຄັນ​ນັ້ນ​ແມ່ນ: ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ໃນ​ເດືອນ 6 ຈະ​ມາ​ເຖິງ ແລະ ບັັ້ນ​ຮົບ​ໄລ່​ຈັບ​ຕາມ​ລ່າ ພວກອາດ​ຊະ​ຍາ​ກອນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຢາ​ເສບ​ຕິດ​ທີ່​ແກ່​ຍາວ​ເປັນ​ເວ​ລາ 6 ເດືອນ. ໂຄ​ສົກ​ຂອງ​​ສະ​ຖານ​ທູ​ດ ອາ​ເມ​ລິ​ກາ Jay Raman ຮັບ​ຮູ້​ວ່າ ບັນ​ດາ​ການ​ຊ້ອມ​ຮົບ​ປີ 2017 ແລະ ປີ 2018 ໄດ້​ຖືກ​ໂຈະ​ໄວ້, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ດ້ານ​ການ​ທະ​ຫານ ແລະ ລາຍ​ການ​ຝຶກ​ອົບ​ຮົມ​ຈະ​ບໍ​່​ຖືກ​ຜົນ​ສະ​ທ້ອນ.

ຂ່າວ/ບົດ​ອື່ນ