ກຳມະກອນຫວຽດນາມ ກວ່າ 1.300 ຄົນເຮັດວຽກ ຢູ່ລີບີໄດ້ກັບເມືອປະເທດ ຢ່າງປອດໄພ

ກຳມະກອນຫວຽດນາມ ກວ່າ 1.300 ຄົນເຮັດວຽກ ຢູ່ລີບີໄດ້ກັບເມືອປະເທດ ຢ່າງປອດໄພ - ảnh 1
(ພາບປະກອບ)

(vovworld) – ຕາມ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ແລ້ວ, ຕ​ອນບ່າຍ​ວັນ​ທີ 17/08, ​ໄດ້​ມີ​ກຳມະກອນ​ຫວຽດນາມ 89 ຄົນ​ຈາກ​ລີ​ບີ​ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ. ນີ​ແມ່ນ​ບັນດາ​ກຳມະກອນ​ກັບ​ເມືອ​ຈາກ​ເຂດ​​ເກີດ​ການ​ປະ​ທະ​ກັນ Tripoli, ປະ​ເທດ​ລີ​ບີ. ກ່​​ອນໜ້າ​ນັ້ນ, ​ແຕ່​ຕົ້ນ​ປີ 2013, ກຸ່ມ​ກຳມະກອນ​ດັ່ງກ່າວ ​ໄດ້​ໄປ​ຍັງ​ລີ​ບີ ​​ເພື່ອ​ເຮັດ​ວຽກ​ຜ່ານ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແມ່ນ ຫວຽດນາມ​ຍີ່ປຸ່ນ, VTC Corp, Vinaconexmec ​ແລະ Sona. ນອກຈາກ​ນັ້ນ, ມີ​ກຳມະກອນ​ຫວຽດນາມ 38 ຄົນ​ໄດ້​ແຍກອອກ​​ເປັນ 2 ກຸ່ມ​​ເດີນທາງ​ອອກ​ຈາກ​ລີ​ບີ ​​ແລະ ພວມ​ບົນ​ເສັ້ນທາງກັບ​ເມືອປະ​ເທດ​. ບັນດາ​ກຳ​ມະກອນ​ດັ່ງກ່າວ​ກັບ​ເມືອ​ຮອດ​ຫວຽດນາມ ​ໃນ​ວັນ​ທີ 18/08. ​ໄລ່​ຮອດ​ວັນ​ທີ 16/08 ​ມີ​ກຳມະກອນ 1.290 ຄົນ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ. ຄາດ​ວ່າ,​ ​ໃນ​ 2 ສັບປະດາຕໍ່​ໄປ, ບັນດາ​ກຳມະກອນ​ຍັງ​ເ​ຫຼື​ອຈະ​ສືບ​ຕໍ່ກັບ​ເມືອ​ປະ​ເທດ.

ຂ່າວ/ບົດ​ອື່ນ