ກຳມາທິການກົດໝາຍສະພາແຫ່ງຊາດກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 13

ກຳມາທິການກົດໝາຍສະພາແຫ່ງຊາດກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 13 - ảnh 1
(ພາບປະກອບ: dangcongsan.vn)

(vovworld) – ​  ວັນ​ທີ 5/3, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 15 ​ເພື່ອ​ກວດກາບັນດາ​ຮ່າງ​ກົດ​ໝາຍ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ​ໃນ​ວັນ​ເຮັດ​ວຽກ​ທຳ​ອິດ, ກຳມາ​ທິການ​ກົດໝາຍ ​ໄດ້​ກວດກາ​ຮ່າງ​ປະມວນ​ກົດໝາຍວ່າ​ດ້ວຍການ​​ດ​ຳເນີນ​ຄະດີແພ່ງ (ສະບັບ​ປັບປຸງ). ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບຮ່າງ​ປະມວນ​ກົດໝາຍວ່າ​ດ້ວຍການ​​ດຳ​ເນີນຄະດີ​​ແພ່ງ (ສະບັບ​ປັບປຸງ) ​ໄດ້​ຍົກ​ອອກ​ຄວາມ​ຈຳ​ເປັນ​ໃນ​ການ​ປະກາດ​ໃຊ້ຮ່າງ​ປະມວນ​ກົດໝາຍ​ວ່າ​ດ້ວຍການ​ດຳ​ເນີນ​​ຄະດີແພ່ງ (ສະບັບ​ປັບປຸງ); ​ໂດຍຢືນຢັນ​ວ່າ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ແລະ ກົດໝາຍ​ວ່າການ​​ສານ​ປະຊາຊົນ​ປີ 2014 ​ໄດ້​ຫັນ​ບັນດາ​ທັດສະນະ, ການ​ກຳນົດ​ທິດ​ຂອງ​ພັກ ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ເປັນ​ລະບອບ​​ກົດໝາຍ, ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ຫັນ​​ເປັນ​ລະອຽດ​ໃນບັນດາ​ກົດໝາຍ​ວ່າ​ດ້ວຍ ການດຳ​ເນີນ​ຄະດີ, ​ໃນ​ນັ້ນ​ມີຮ່າງ​ປະມວນ​ກົດໝາຍ​ວ່າ​ດ້ວຍການ​ດຳ​ເນີນ​​ຄະດີແພ່ງ (ສະບັບ​ປັບປຸງ). ບັນດາ​ຄວາມ​ເຫັນ​ໃນ​ກຳມາ​ທິການ​ກົດໝາຍ​ຖື​ວ່າ ​ເລື່ອງ​ປັບປຸງຮ່າງ​ປະມວນ​ກົດໝາຍວ່າ​ດ້ວຍການ​ດຳ​ເນີນ​​ຄະດີແພ່ງຄວນ​ສືບ​ຕໍ່​ຫັນ​ບັນດາ​ແຜນ​ນະ​ໂຍ ບາຍ, ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ເປັນ​ລະບອບກົດໝາຍ. ​ໃນ​ນັ້ນ, ກຳນົດ​ຄວາມ​ຮ້ຽກຮ້ອງຕ້ອງການ​ປ່ຽນ​ໃໝ່​ການຈັດ​ຕັ້ງ​ໃນ​ວາລະພິພາກສາຢູ່​ສານ, ກຳນົດ​ແຈ້ງ​ກ່ຽວ​ກັບບົດບາດ, ທີ່​ຕັ້ງ, ​ສິດອຳນາດ, ຄວາມ​ຮັບຜິດຊອບ​ຂອງ​ຜູ້​ດຳ​ເນີນ​ການຟ້ອງຮ້ອງ ​ແລະ ຜູ້​ເຂົ້າ​ຮ່ວມ​ການ​ຟ້ອງ​ຮ້ອງ.

      ​ແລະ​ກໍ່​ໃນ​ວັນ​ເຮັດ​ວຽກ​ດຽວ​ກັນ, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ ຄວາມ​ເຫັນ​ກ່ຽວ​ກັບ​ບັນດາເນື້ອ​ໃນອື່ນໆ​ຄື: ລະບຽບ​​ການ​ບໍລິຫານທີ່​ງ່າຍດາຍໃນ​ການ​ດຳ​ເນີນ​ຄະດີ​ແພ່ງ; ຮັບຮອງ​ຜົນການ​ໄກ່​ເກ່ຍ​ປອງ​ດອງນອກ​ສານ; ສິດ​ອຳນາດຂອງ​ສານ​ໃນ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​​ແພ່ງ… ວາລະ​ປະຊຸມ​ຂອງ​ກຳມາ​ທິການ​ກົດໝາຍ​ໄດ້​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 5-6/3/2015.

ຂ່າວ/ບົດ​ອື່ນ