ກຳມາທິການການຕ່າງປະເທດແລະປ້ອງກັນປະເທດນອກແວຢ້ຽມຢາມຫວຽດນາມ

ກຳມາທິການການຕ່າງປະເທດແລະປ້ອງກັນປະເທດນອກແວຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງ Anniken Huitfeldt ແລະ ທ່ານນາງ ຫງວຽນ​ທິກິມ​ເງິນ
(ພາບ: An Đăng/TTXVN)

(vovworld) – ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທຸກ​ດ້ານ​ກັບ ນອກ​ແວ. ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ເມື່ອ​ຕ້ອນຮັບຄະນະ​ຜູ້​ແທນ​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ປະ​ເທດ​ ສະພາ​ແຫ່ງ​ຊາດ ນອກ​ແວ ​ໃນ​ວັນ​ທີ 15/9, ຢູ່​ຮ່າ​ໂນ້ຍ. ຄະນະ​ໂດຍ​ທ່ານ​ນາງ Anniken Huitfeldt, ຫົວໜ້າ​ກຳມາ​ທິການດັ່ງກ່າວ​ເປັນ​ຫົວໜ້າ​ຄະນະ​ພວມ​ຢູ່​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​​​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ, ຜ່ານ​ນັ້ນ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ດ້ານ​ກາ​ນ​ເມືອງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ 2 ຝ່າຍ, ​ແບ່ງປັນ​ບົດຮຽນ, ພົບ​ປະກັບບັນດາ​ກຳມາ​ທິການ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢັ້ງຢືນ​ວ່າ: ຫວຽດນາມ ກຽມພ້ອມ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​​ເວົ້າ​ລວມ ​ແລະ ນອກ​ແວ ​ເວົ້າ​ສະ​ເພາະ​​ເຂົ້າມາ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດນາມ. ​ແຫຼ່ງທຶນ ODA ຂອງ​ນອກ​ແວ ສະ​ຫງວນ​ໃຫ້​ແກ່ ຫວຽດນາມ ​ໄດ້ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ໜູນ​ຊ່ວຍ ຫວຽດນາມ ປະຕິບັດສຳ​ເລັດ​ຫຼາຍ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ ສປຊ ກ່ອນ​ກຳນົດ​ເວລາ.


ຂ່າວ/ບົດ​ອື່ນ