ກຳມາທິການບັນດາບັນຫາສັງຄົມສະພາແຫ່ງຊາດ ຫວຽດນາມ ກຳປູເຈຍ ເພີ່ມທະວີການຮ່ວມມືນຳກັນ

ກຳມາທິການບັນດາບັນຫາສັງຄົມສະພາແຫ່ງຊາດ ຫວຽດນາມ ກຳປູເຈຍ ເພີ່ມທະວີການຮ່ວມມືນຳກັນ - ảnh 1
(ສອງ​ຝ່າຍ​ໄດ້​ແບ່ງປັນ​ບາງ​ບົດຮຽນ​ໃນ​ວິວັດ​ການ​
ປະຕິບັດ​ເປົ້າໝາຍສະຫັດ​ສະຫວັດ​ຂອງ​ສອງ​ປະ​ເທດ)


(vovworld) – ຕອນ​ບ່າຍ​ວັນ​ທີ 24/3, ທີ່​ການ​ພົບ​ປະ​ເຈລະຈາ​ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ສະພາ​ແຫ່ງ​ຊາດ​ເປັນ​ຫົວໜ້າຄະນະ ​ແລະ ຄະນະ​ຜູ້​ແທນ​ກຳມາ​ທິການ​ສາທາລະນະ​ສຸກ​, ສັງຄົມ, ນັກ​ຮົບ​ເກົ່າ, ຊາວໜຸ່ມ, ​ແຮງ​ງານ, ການ​ຊ່າງ ​ແລະ ​ແມ່ຍິງ ຂອງສະພາ​ສູງລາຊະ​ອານາຈັກ ກຳປູ​ເຈຍ, ​ໂດຍ​ທ່ານ​ນາງ Mean Som An ​ເປັນ​ຫົວໜ້າຄະນະ​ໄດ້​ແລກປ່ຽນບາງ​ບັນຫາ​ຕົວ​ຈິງ​ທີ່​ສົນໃຈ​ຄື: ນະ​ໂຍບາຍ​ແຮງ​ງານ - ວຽກ​ເຮັດ​ງານ​ທຳ, ນະ​ໂຍບາຍ​ປະກັນ​ສຸຂະພາບ, ການ​​ເບິ່ງ​ແຍງດູ​ແລ​ສຸຂະພາບ, ຕ້ານ​ການ​ດື່ມເຫຼົ້າ​ເບຍ​ເກີນຂອບ​ເຂດ, ຄວາມສະ​ເໝີພາບ​ລະຫວ່າງ​ຍິງ - ຊາຍ, ຍົກ​ສູງ​ອັດຕາ​​ສະມາຊິກ​ສະພາ​ແຫ່ງ​ຊາດຍິງ​ໃນ​ສະພາ​ແຫ່ງ​ຊາດ….ສອງ​ຝ່າຍ​ກໍ່​ແບ່ງປັນ​ບາງ​ບົດຮຽນ​ໃນ​ວິວັດ​ການ​ປະຕິບັດ​ເປົ້າໝາຍສະຫັດ​ສະຫວັດ​ຂອງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ. ສອງ​ຝ່າຍ​ປາດ​ຖະໜາວ່າ​ກຳມາ​ທິການ​ສອງ​ປະ​ເທດ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ແລກປ່ຽນບົດຮຽນ, ຮ່ວມ​ມື, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖີງຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ