ກຳລັງຕຳຫລວດຈາລະຈອນເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017

(VOVWORLD) - ຕອນເຊົ້າວັນທີ 11 ຕຸລາ ຢູ່ຮ່າໂນ້ຍ, ກົມຕຳຫລວດຈາລະຈອນຈັດຕັ້ງພິທີເຄື່ອນໄຫວເຂົ້າຮ່ວມການຮັບປະກັນຄວາມປອດໄພໃນການຄົມມະນາຄົມ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017. 
ກຳລັງຕຳຫລວດຈາລະຈອນເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017 - ảnh 1 ກຳລັງຕຳຫລວດຈາລະຈອນເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017 (ພາບ: TTXVN)

ດ້ວຍຄວາມຕັດສິນໃຈສູງສຸດ ເພື່ອປ້ອງກັນໃຫ້ກອງປະຊຸມ APEC 2017 ປະສົບຜົນສຳເລັດ, ພະນັກງານ, ນັກຮົບຕຳຫລວດຈາລະຈອນທົ່ວປະເທດເກືອບ 900 ຄົນໄດ້ຮຽກໂຮມ, ພ້ອມດ້ວຍພາຫະນະລົດໂອໂຕ, ໂມໂຕນັບພັນຄັນ ແລະ ອຸປະກອນເຕັກນິກໜູນຊ່ວຍເພື່ອເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017 ຢູ່ດ່າໜັງ. ກຳລັງຕຳຫລວດຈາລະຈອນຈະດຳເນີນການຝຶກແອບ, ຝຶກຊ້ອມບັນດາວິທີການຕ້ອນຮັບ, ນຳພາຄະນະ, ຄວບຄຸ້ມການຈາລະຈອນ, ຮັບປະກັນໃຫ້ບັນດາການເຄື່ອນໄຫວໃນຊີວິດປະຈຳວັນຢູ່ ດ່າໜັງ ເປັນປົກກະຕິ, ພ້ອມທັງ ຮັບປະກັນຄວາມສະຫງົບປອດໄພຢ່າງເດັດຂາດໃຫ້ບັນດາຄະນະເຈົ້າໜ້າທີ່, ຜູ້ແທນທີ່ມາຈາກ 21 ພື້ນຖານເສດຖະກິດໃນພາກພື້ນ ອາຊີ - ປາຊີຟິກ. 

ຕອບກັບ

ຂ່າວ/ບົດ​ອື່ນ