ກຳລັງຕຳຫຼວດປະຊາຊົນສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນສຳລັບຜູ້ມີຄຸນງາມຄວາມດີເປັນຢ່າງດີ

ກຳລັງຕຳຫຼວດປະຊາຊົນສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນສຳລັບຜູ້ມີຄຸນງາມຄວາມດີເປັນຢ່າງດີ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ຄຳ​ເຫັນ​ທີ່ພິທີ)

​​(vovworld) - ວັນ​ທີ 21/07, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະສ້າງສັນ ​ແລະ ຍ້ອງຍໍ​ບັນດາ​ຜູ້​ມີຄຸນງາມຄວາມດີ​ຕໍ່​ການ​ປະຕິວັດທີ່​ດີ​ເດັ່ນ​ໃນ​ກຳລັງ​ຕຳ​ຫຼວດປະຊາຊົນ. ກອງ​ປະຊຸມ​ໂດຍ​ກະຊວງ​ຕຳຫຼວດຈັດ​ຕັ້ງ ​​ເພື່ອ​ມຸ່ງ​​ໄປ​ເຖິງ​ການ​ສະ​ເຫຼີມສະຫຼອງ 68 ​ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຕຳຫຼວດປະຊາຊົນ ​ແລະ 10 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງຊາດ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຮັບ​ບຸ​ນຄຸນ​ຕໍ່ການ​ເສຍສະຫຼະ​ຊີວິດ, ການ​ອຸທິດ​ສ່ວນ​ຂອງ​ບັນດາ​ທະຫານ​​ເສຍ​ອົງຄະ, ນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ.

        “ພັກ, ລັດ​ຫວຽດນາມ ​ໄດ້ປັບປຸງ ​ແລະ ​ມີ​ຜົນງານ​ໃນ​ການປະຕິບັດ​ບັນດາ​ນະ​ໂຍບາຍ​, ລະບອບ​ໃຫ້​ບຸລິມະສິດ​ສຳລັບ​ຜູ້​ທີ່​ມີ​ຄຸນງາມ​ຄວາມ​ດີ​ ​ແລະ ຄອບຄົວ​ຂອງ​ເຂົ້າ​ເຈົ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ມີ​ຜົນງານ​ໃນ​ໄລຍະ​ຜ່ານ​ມາ, ວຽກ​ງານ​ຊອກ​ຫາ, ທ້ອນ​​ໂຮມອັດຖິທະຫານ​ເສຍສະຫຼະ​ຊີວິດເພື່ອຊາດ, ກໍ່ສ້າງ, ບຸລະນະສ້ອມແປງ​ເຂດ​ສຸສານ, ກິດຈະກຳ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ປະຕິບັດ​ຈາກ​ບັນດາ​ຂະ​ແໜງ ​ແລະ ທົ່ວ​ສັງຄົມ. ຂະ​ບວນການ ຕອບ​ບຸນ​ແທນ​ຄຸນ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ມິ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ”.

ຂ່າວ/ບົດ​ອື່ນ