ກຳ​ລັງທະ​ຫານ​ປະ​ສົມ​ໂດຍ​ອາ​ຣັບ​ບິ ຊາ​ອຸ​ດິ ນຳ​ໜ້າ​ ໄດ້ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ເລັ່ງ​ໃສ່​ເຢ​ແມນ

(VOVWORLD) -ຂໍ້ຕົກລົງເລີ່ມບັ້ນບຸກໂຈມຕີຂະໜາດໃຫຍ່ນີ້ ໄດ້ຍົກອອກມາ ພາຍຫຼັງເກີດເຫດຍິງລູກສອນໄຟ ເລັ່ງໃສ່ນະຄອນ Jazan ຂອງ ອາຣັບບິ ຊາອຸດິດ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 2 ຄົນ ແລະ ຜູ້ຮັບບາດເຈັບ 7 ຄົນ. 
ກຳ​ລັງທະ​ຫານ​ປະ​ສົມ​ໂດຍ​ອາ​ຣັບ​ບິ ຊາ​ອຸ​ດິ ນຳ​ໜ້າ​ ໄດ້ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ເລັ່ງ​ໃສ່​ເຢ​ແມນ - ảnh 1ບັນດາມືປືນຄົນໃໝ່ຂອງພວກກະບົດ Houthi (ພາບ: AFP/TTXVN)

ວັນທີ 25 ທັນວາ, ກຳລັງທະຫານປະສົມໂດຍ ອາຣັບບິ ຊາອຸດິ ນຳໜ້າ ໄດ້ເລີ່ມບັ້ນບຸກໂຈມຕີຂະໜາດໃຫຍ່ໃສ່ ເຢແມນ ໃນສະພາບການຄວາມເຄັ່ງຕຶງປີນຂັ້ນໄດ ລະຫວ່າງກຳລັງທະຫານປະສົມ ແລະ ພວກກະບົດ Houthi ຢູ່ປະເທດນີ້. ຂໍ້ຕົກລົງເລີ່ມບັ້ນບຸກໂຈມຕີຂະໜາດໃຫຍ່ນີ້ ໄດ້ຍົກອອກມາ ພາຍຫຼັງເກີດເຫດຍິງລູກສອນໄຟ ເລັ່ງໃສ່ນະຄອນ Jazan ຂອງ ອາຣັບບິ ຊາອຸດິດ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 2 ຄົນ ແລະ ຜູ້ຮັບບາດເຈັບ 7 ຄົນ. ນີ້ແມ່ນເຫດບຸກໂຈມຕີເຮັດໃຫ້ມີຜູ້ເສຍຊີວິດບັ້ນທຳອິດໃນ 3 ປີຜ່ານມາ ໂດຍມີສ່ວນກ່ຽວຂ້ອງພວກກະບົດ Houthi.

ໃນວັນດຽວກັນ, ກຳລັງ Houthi ປະກາດວ່າ ຈະໂຕຕອບບັ້ນບຸກໂຈມຕີນີ້ຂອງກຳລັງທະຫານປະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ