ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ແດງ​ທັດ​ສະ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ

(VOVWORLD) - ຜົນສຳເລັດຂອງກິດຈະກຳ ໄດ້ປະກອບສ່ວນຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ແລະ ປະເທດເຈົ້າພາບຮ່ວມ ຍີ່ປຸ່ນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນເມື່ອເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຂອງບັນດາປະເທດສະມາຊິກ ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+).



ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ແດງ​ທັດ​ສະ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ - ảnh 1ການສະແດງການປະຕິບັດຂັ້ນຕອນ ປະສານສົມທົບ ນັກສັງເກດການທະຫານ - ຊ່າງແສງ - ເສນາຮັກ ຜັນຂະຫຍາຍການປະຕິບັດໜ້າທີ່ ຢູ່ ຄະນະຮັກສາສັນຕິພາບ ສປຊ ທີ່ຖືກບາດເຈັບ (ພາບ: TTXVN)

ວັນທີ 20 ກັນຍາ, ຢູ່ເຂດສະໜາມຝຶກຊ້ອມ ກອງພັນ 31, ຂຶ້ນກັບ ກອງພົນນ້ອຍ 28, ເຫຼົ່າທັບປ້ອງກັນອາກາດ, ກອງທັບປະຊາຊົນ ຫວຽດນາມ ແລະ ບັນດາປະເທດ ໄດ້ສະແດງການປະຕິບັດຂັ້ນຕອນ ປະສານສົມທົບ ນັກສັງເກດການທະຫານ - ຊ່າງແສງ - ເສນາຮັກ ຜັນຂະຫຍາຍການປະຕິບັດໜ້າທີ່ ຢູ່ ຄະນະຮັກສາສັນຕິພາບ ສປຊ ທີ່ຖືກບາດເຈັບ, ຍ້ອນພົບວັດຖຸລະເບີດໃນໄລຍະປະຕິບັດໜ້າທີ່. ນີ້ແມ່ນກິດຈະກຳໜຶ່ງໃນລາຍການຕີລາຄາກຳລັງຄວາມສາມາດ (CEPPP) ສຳລັບກຳລັງກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງ ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4.

        ຕາມທ່ານພົນໂທ ຟຸ່ງສີເຕິນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຊີ້ນຳ CEPPP 2023 ແລ້ວ, ການສະແດງຂອງນັກຮົບຜ່ານວິວັດການປະຕິບັດກໍລະນີ ແລະ ຜົນສຳເລັດຂອງການຊ້ອມຮົບ ແມ່ນພະຍານຫຼັກຖານຊີ້ໃຫ້ເຫັນຄວາມມານະພະຍາຍາມຂອງບັນດາກຳລັງທັງໝົດ.  ຜົນສຳເລັດຂອງກິດຈະກຳ ໄດ້ປະກອບສ່ວນຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ແລະ ປະເທດເຈົ້າພາບຮ່ວມ ຍີ່ປຸ່ນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນເມື່ອເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຂອງບັນດາປະເທດສະມາຊິກ ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+).


ຕອບກັບ

ຂ່າວ/ບົດ​ອື່ນ