ກຳລັງເສື້ອແດງເຕົ້າໂຮມ ກັນຢູ່ຊານນະຄອນ ຫຼວງບາງກອກ-ໄທ


ກຳລັງເສື້ອແດງເຕົ້າໂຮມ ກັນຢູ່ຊານນະຄອນ ຫຼວງບາງກອກ-ໄທ - ảnh 1

(ພາບ: REUTERS)

 (vovworld)- ວັນ​ທີ 10/5, ກຳລັງ​ເສື້ອ​ແດງ​ສະໜັບສະໜູນ​ລັດຖະບານ​ໄທ ​ໄດ້​ເລີ່​ມ​ເຕົ້າ​ໂຮມກັນ​ຢູ່​ບັນດາ​ເຂດ​ຊານ​ນະຄອນ​ທາງ​ທິດຕາ​ເວັນ​ຕົກ​ນະຄອນຫຼວງ​ບາງກອກ ດ້ວຍ​ຄຳ​ຖະ​ແຫຼ​ງຕັດສິນ​ໃຈ​ປົກ​ປັກ​ຮັກສາ​ພື້ນຖານ​ປະຊາທິປະ​ໄຕ ​ແລະ ສະກັດ​ກັ້ນການ​ລັດຖະປະຫານ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ. ​ໃນ​ອາທິດ​ນີ້, ສານ​ລັດຖະທຳ​ມະນູ​ໄທ ​ໄດ້​ອອກ​ຄຳ​ຕັດສິນ​ປົດ​ຕຳ​ແຫຼ່ງທ່ານ​ນາງ​​ນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງ​ຮັກ ຊີ​ນນະ​ວັດ ​ແລະ ສະມາຊິກ​ລັດຖະບານ 9 ທ່ານ​ຍ້ອນ​ການລະ​ເມີດ​ລັດຖະທຳ​ມະນູນ ​ແລະ ສວຍ​ໃຊ້​ສິດ​ອຳນາດ. ​ໂຄສົກ​ທ່ານ 1 ຂອງ​ຂະ​ບວນການ “​ເສື້ອ​ແດງ“ ​ໃຫ້​ຮູ້​ວ່າ: ຜູ້​ສະໜັບສະໜູນ​ທ່ານ​ນາງ ຍິ່ງ​ຮັກ ຊີ​ນນະ​ວັດ ນັບ​ໝື່ນໆ​ຄົນ​ພວມ​ເຕົ້າ​ໂຮມ​ກັນ​ຢູ່ບັນດາ​ເຂດ​ຊານ​ນະຄອນ​ທາງ​ທິດຕາ​ເວັນ​ຕົກ​ນະຄອນຫຼວງ​ບາງກອກ ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ການ​ຄັດຄ້ານ​ເຈດ​ຕະຕາ​ຂອງ​ກຳລັງແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ຊື່​ງຢາກ​ສ້າງອຳນາດ​ການ​ປົກຄອງ​ໂດຍ​ບໍ່​ຜ່ານ​ການ​ເລືອກ​ຕັ້ງ ພາຍຫຼັງທີ່ ທ່ານ​ນາງນາຍົກລັດຖະມົນຕີ ຍິ່ງ​ຮັກ ຊີ​ນນະ​ວັດ ຖືກ​ໂຄ່ນ​ລົ້ມ./.

 

ຂ່າວ/ບົດ​ອື່ນ