ກຳ​ລັງ​ໜູນ​ໃໝ່​ສຳ​ລັບ APEC ແມ່ນ​ການ​ປະ​ຕິ​ບັດຫັນ​ເປັນ​ດີ​ຈີ​ຕອນ​ຮອບ​ດ້ານ

(VOVWORLD) -ຕອນຄ່ຳວັນທີ 20 ພະຈິກ (ຕາມເວລາ ມາເລເຊຍ), ພາຍໃຕ້ການເປັນປະທານຂອງທ່ານ Muhyddin Yassin ນາຍົກລັດຖະມົນຕີ ມາເລເຊຍ, ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 27 ໄດ້ດຳເນີນທາງອອນລາຍ. 

ກຳ​ລັງ​ໜູນ​ໃໝ່​ສຳ​ລັບ APEC ແມ່ນ​ການ​ປະ​ຕິ​ບັດຫັນ​ເປັນ​ດີ​ຈີ​ຕອນ​ຮອບ​ດ້ານ - ảnh 1 ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 27

(ພາບ: chinhphu.vn)

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາວິໄສທັດ ຮອດປີ 2040 ກ່ຽວກັບປະຊາຄົມ ອາຊີ - ປາຊີຟິກເປີດກ້ວາງ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ ແລະ ມີສັນຕິພາບ, ເພື່ອວັດທະນາຖາວອນ ຂອງປະຊາຊົນໝົດທຸກຄົນ ແລະ ຄົນລຸ້ນຫຼັງ, ໃນນັ້ນ APEC ສືບຕໍ່ເປັນເວທີປາໄສຮ່ວມມືເສດຖະກິດ ແຖວໜ້າພາກພື້ນ. ເຂົ້າຮ່ວມກອງປະຊຸມມີບັນດາການນຳ, ຜູ້ຕາງໜ້າ 21 ພື້ນຖານເສດຖະກິດ ສະມາຊິກ APEC, ຜູ້ອຳນວຍການກອງທຶນເງິນຕາສາກົນ, ການນຳສະພາໃຫ້ຄຳປຶກສາວິສາຫະກິດ APEC…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍົກອອກບາງຂໍ້ສະເໜີທີ່ມີຄວາມໝາຍຍຸດທະສາດ ຊຸກຍູ້ການຮ່ວມມື APEC ໃນໄລຍະຈະມາເຖິງວ່າ:

ກຳລັງໜູນໃໝ່ສຳລັບ APEC ໃນຍຸກ 4.0ແມ່ນປະຕິບັດການຫັນເປັນດີຈີຕອນຢ່າງຮອບດ້ານໃນຂົງເຂດຕ່າງໆ, ເພື່ອຍົກສູງບັນດາຄຸນຄ່າແກ່ນສານຂອງ APEC ໃນຍຸກ 4.0. APEC ຕ້ອງສວມບົດບາດຕັ້ງໜ້າຊຸກຍູ້ລະບົບການຄ້າຫຼາຍຝ່າຍ ໂດຍອີງໃສ່ລະບຽບກົດໝາຍ ແລະ ການປະຕິຮູບອົງການການຄ້າໂລກ ໃຫ້ຕິດພັນກັບການກຳນົດຂອບເຂດໃໝ່ໃຫ້ເໝາະສົມກັບພື້ນຖານເສດຖະກິດ ດີຈີຕອນ. APEC ຄວນນຳໜ້າເພື່ອນຳອາຊີ - ປາຊີຟິກ ກາຍເປັນສູນກາງປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ເຕັກໂນໂລຢີ; ພັດທະນາແຫຼ່ງຊັບພະຍາກອນມະນຸດດີຕີຕອນ, ຍູ້ແຮງການເຊື່ອມຕໍ່, ຮັດແຄບຊ່ອງວ່າງການພັດທະນາ, ຊ່ອງວ່າງດີຈີຕອນ…

ເມື່ອຕີລາສູງຕໍ່ຜົນສຳເລັດຂອງ APEC ໃນການພັດທະນາ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ພື້ນຖານເສດຖະກິດ ເອົາໃຈໃສ່ເຖິງການພັດທະນາແບບຍືນຍົງ ແລະ ກວມລວມ. ທ່ານກ່າວວ່າ:

ການພັດທະນາແບບຍືນຍົງ, ກວມລວມ ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ເປັນຕົ້ນແມ່ນໂລກລະບາດ, ໄພທຳມະຊາດ, ແຫຼ່ງນ້ຳ, ການປ່ຽນແປງຂອງດິນຟ້າອາກາດ… ຕ້ອງກາຍການເປັນເສົາຄ້ຳໃໝ່ຂອງການຮ່ວມມື APEC. ຕ້ອງຖືເອົາປະຊາຊົນ ແລະ ວິສາຫະກິດເປັນໃຈກາງ ໃນການພັດທະນາ ແລະ ການຮ່ວມສຳພັນເສດຖະກິດ. ພວກຂ້າພະເຈົ້າຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາສະມາຊິກ APEC ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຜາສຸກຂອງປະຊາຊົນໝົດທຸກຄົນໃນພາກພື້ນ.

ສຳລັບການຮັບຮອງຖະແຫຼງການ Putrajaya ກ່ຽວກັບວິໄສທັດ APEC ຮອດປີ 2040 ແລະ ຖະແຫຼງການຮ່ວມ Kualalumpur ປີ 2020, ກອງປະຊຸມ ສຸດຍອດ APECຄັ້ງທີ 27 ໄດ້ເປັນຂີດໝາຍແຫ່ງຄວາມສຳເລັດຂອງ ການປະຕິບັດຂໍ້ລິເລີ່ມໂດຍຫວຽດນາມ ສະເໜີ.

ຕອບກັບ

ຂ່າວ/ບົດ​ອື່ນ