ກຽມເປີດສະຫຼອງຫ້ອງວາງສະແດງໂຮ່ຈີມິນຢູ່ການາດາ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ສະຖານທູດ ຫວຽດນາມ ປະຈຳການາດາ ໄດ້ຈັດຕັ້ງ ພິທີຖະຫວາຍທູບທຽນ ເພື່ອບູຊາປະທານໂຮ່ຈີມິນ ຢູ່ສະຖານທູດ, ເຮືອນເລກທີ 55 ຖະໜົນ Mackay ນະຄອນ Ottawa, ລັດ Ontario.
ກຽມເປີດສະຫຼອງຫ້ອງວາງສະແດງໂຮ່ຈີມິນຢູ່ການາດາ - ảnh 1 ສະຖານທູດ ຫວຽດນາມ ປະຈຳການາດາ ຕັ້ງ ພິທີຖະຫວາຍທູບທຽນ ເພື່ອບູຊາປະທານໂຮ່ຈີ ມິນຢູ່ສະຖານທູດ (ພາບ: TTXVN)

ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳການາດາໃຫ້ຮູ້ວ່າ: ເຮືອນຫວຽດນາມ ບໍ່ພຽງແຕ່ແນະນຳກ່ຽວກັບປະຫວັດສາດ, ມູນເຊື້ອ, ວັດທະນະທຳຂອງຫວຽດນາມເທົ່ານັ້ນ ຫາກຍັງໂຄສະນາພາບພົດຂອງຫວຽດນາມອອກ ສູ່ໂລກ ອີກດ້ວຍ, ທ່ານ ຟ້າມກາວຟອງ ໃຫ້ຮູ້ວ່າ ຄາດວ່າຫ້ອງວາງສະແດງ ໂຮ່ຈີມິນຈະລວມມີບັນດາ ຮູບພາບ, ປຶ້ມແນະນຳກ່ຽວກັບ ພາລະກິດການປະຕິວັດຂອງ ປະທານໂຮ່ຈີມິນ. ສະຖານທູດ ຫວຽດນາມ ປະຈຳ ການາດາ ພວມມານະພະຍາຍາມກະກຽມ ເພື່ອສາມາດເປີດສະຫຼອງຫ້ອງວາງສະແດງໂຮ່ຈີມິນຢູ່ ເຮືອນຫວຽດນາມໃນໂອກາດວັນຊາດ ທີ 2 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ