ກູ້​ເອົາ​ຊີ​ວິດ​ຂອງ 3 ຄົນ​ຕ​ື່​ມ​ອີກ ພາຍຫຼັງ​ຖືກ​ຕິດ​ຂ້າງ​ໃນ​ຊາກ​ຫັກ​ພັງ​ເປັນ​ເວ​ລາ 296 ຊົ່ວ​ໂມງ ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ ຢູ່​ຕວກ​ກີ ແລະ ຊີ​ຣີ

(VOVWORLD) -ວັນທີ 19 ກຸມພາ, ສໍານັກຂ່າວສານ Anadolu ຂອງຕວກກີ ໄດ້ໃຫ້ຂ່າວວ່າ ວັນທີ 18 ກຸມພາ, ກໍາລັງກູ້ໄພກູ້ຊີບໄດ້ຊ່ວຍກອບກູ້ເອົາຊີວິດຂອງ 3 ຄົນ, ໃນນັ້ນ ມີ ເດັກນ້ອຍ 1 ຄົນ ອອກຈາກຊາກຫັກພັງຂອງອາຄານແຫ່ງໜຶ່ງ ຢູ່ນະຄອນ Antakya, ພາກໃຕ້ປະເທດນີ້, ພາຍຫຼັງຕິກຂ້າງມາເປັນເວລາ 296 ຊົ່ວໂມງ ນັບແຕ່ເມື່ອເກດເຫດແຜ່ນດິນໄຫວໃນວັນທີ 6 ກຸມພາ.
ກູ້​ເອົາ​ຊີ​ວິດ​ຂອງ 3 ຄົນ​ຕ​ື່​ມ​ອີກ ພາຍຫຼັງ​ຖືກ​ຕິດ​ຂ້າງ​ໃນ​ຊາກ​ຫັກ​ພັງ​ເປັນ​ເວ​ລາ 296 ຊົ່ວ​ໂມງ ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ ຢູ່​ຕວກ​ກີ ແລະ ຊີ​ຣີ - ảnh 1ກຳລັງກູ້ໄພກູ້ຊີບຍັງສືບຕໍ່ຊອກຫາຜູ້ປະສົບເຄາະຮ້າຍທີ່ຕິດຂ້າງໃນຊາກຫັກພັງຕ່າງໆ (ພາບ: TTXVN)

ໄລ່ຮອດເວລາ 16 ໂມງ 30 ນາທີ ຂອງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ຈໍານວນຜູ້ເສຍຊີວິດທັງໝົດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ ຕວກກີ ແລະ ຊີຣີ ແມ່ນຂຶ້ນເຖິງກວ່າ 45. 000 ຄົນ. ໃນນັ້ນ ຢູ່ຕວກກີ ແມ່ນ 39.672 ຄົນ. ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ ຕວກກີ ຖືວ່າ ຈໍານວນຜູ້ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ.

    ກ່ຽວກັບການຊ່ວຍເຫຼືອມະນຸດສະທໍາ, ວັນທີ 17 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງບ້ວງເງິນຊ່ວຍເຫຼືອ 84,5 ລ້ານ USD ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານສາທາລະນະສຸກຂອງປະຊາຊົນຢູ່ສອງປະເທດດັ່ງກ່າວ ພາຍຫຼັງເຫດແຜ່ນດິນໄຫວ.

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ສູນແຜ່ນດິນໄຫວ ເອີຣົບ ເມດີເຕຣາເນຍ (EMSC) ແຈ້ງໃຫ້ຊາບວ່າ, ວັນທີ 18 ກຸມພາ ເກີດມີເຫດແຜ່ນດິນໄຫວ ດ້ວຍຄວາມແຮງ 5,2 ຣິກເຕີ ເຮັດໃຫ້ເຂດພາກກາງ ຕວກກີ ສັ່ນສະເທືອນ. ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບການເສຍຫາຍກ່ຽວກັບຜູ້ຄົນ ແລະ ວັດຖຸເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ