ຂຸດ​ຄົ້ນ​ບັນ​ດາ​ກາ​ລ​ະ​ໂອ​ກາດ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ອັງ​ກິດ​ໃຫ້​ດີ​ທີ່​ສຸດ

(VOVWORLD) -ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດທີ່ໄດ້ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ທ່ານປາດຖະໜາຢາກສອງປະເທດສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດການແພດ, ສະເໜີໃຫ້ອັງກິດສືບຕໍ່ໜູນຊ່ວຍວັກຊິນ, ວັດຖຸອຸປະກອນການແພດ, ພິຈາລະນະການຖ່າຍທອດເຕັກໂນໂລຢີ ໃນການຜະລິດວັກຊິນ, ສະໜອງວັກຊິນປິ່ນປົວໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ຂຸດ​ຄົ້ນ​ບັນ​ດາ​ກາ​ລ​ະ​ໂອ​ກາດ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ອັງ​ກິດ​ໃຫ້​ດີ​ທີ່​ສຸດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນງວ່າ ອັງກິດ ແມ່ນ ໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າ ຂອງ ຫວຽດນາມ ຢູ່ເອີລົບ, ດັ່ງນັ້ນ, ສອງປະເທດຄວນຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກ ເພື່ອຂຸດຄົ້ນບັນດາກາລະໂອກາດຈາກສັນຍາການຄ້າເສລີ ຫວຽດນາມ - ອັງກິດໃຫ້ດີທີ່ສຸດ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຝ່າຍ ອັງກິດສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສຢູ່ອັງກິດ ແລະ ນັກສຶກສາຫວຽດນາມ ພວມຮ່ຳຮຽນ ທຳມາຫາກິນ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ອັງກິດ .

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດທີ່ໄດ້ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ທ່ານປາດຖະໜາຢາກສອງປະເທດສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດການແພດ, ສະເໜີໃຫ້ອັງກິດສືບຕໍ່ໜູນຊ່ວຍວັກຊິນ, ວັດຖຸອຸປະກອນການແພດ, ພິຈາລະນາການຖ່າຍທອດເຕັກໂນໂລຢີ ໃນການຜະລິດວັກຊິນ, ສະໜອງວັກຊິນປິ່ນປົວໂຄວິດ - 19 ໃຫ້ແກ່ ຫວຽດນາມ.

ສ່ວນທ່ານ ເອກອັກຄະລັດຖະທູດ Gareth Ward ໃຫ້ຮູ້ວ່າ ອັງກິດໃຫ້ຄຳໝັ້ນສັນຍາ ຊຸກຍູ້ການແຈກຢາຍວັກຊິນໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX ກໍ່ຄືໜູນຊ່ວຍບັນດາວັດຖຸອຸປະກອນການແພດ. ທ່ານກໍ່ເນັ້ນໜັກວ່າ ລັດຖະບານອັງກິດຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ທ່ານກໍ່ໃຫ້ຮູ້ວ່າ ຈະສົມທົບກັບບັນດາອົງການຂອງອັງກິດ ສົ່ງເສີມບັນດາວິສາຫະກິດອັງກິດເປີດກວ້າງມາລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ