ຂີດໝາຍຂອງປະທານ ໂຮ່ຈີມິນ ພາຍໃຕ້ການສັງເກດຂອງບັນດານັກຄົ້ນຄວ້າປະຫວັດສາດຕ່າງປະເທດ

(VOVWORLD) - ເຫດການກອງປະຊຸມໂຮມບັນດາອົງການຈັດຕັ້ງພັກຢູ່ພາຍໃນປະເທດເປັນໜຶ່ງດຽວ ໃຫ້ກາຍເປັນພັກກອມມູນິດ ຫວຽດນາມ ໃນວັນທີ 03 ກຸມພາ ມີຄວາມໝາຍສຳຄັນທີ່ສຸດຕໍ່ຂະບວນການປະຕິວັດ
ຂີດໝາຍຂອງປະທານ ໂຮ່ຈີມິນ ພາຍໃຕ້ການສັງເກດຂອງບັນດານັກຄົ້ນຄວ້າປະຫວັດສາດຕ່າງປະເທດ - ảnh 1ທ່ານນາງ Sharon Zhang
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2024), ທ່ານສາດສະດາຈານ ອາງເວີນບິນ,  ຫົວໜ້າສູນຮຽບຮຽງ ປື້ມປະຫວັດສາດ ຮົ່ງກົງ, ໃຫ້ຮູ້ວ່າ: ພາຍໃຕ້ບົດບາດເປັນຜູ້ຮັບຜິດຊອບ ຄະນະທິດຕາເວັນອອກສາກົນຂອງ ພັກກອມມູນິດ, ປະທານ ໂຮ່ຈີມິນ ໄດ້ຮັບໜ້າທີ່ໄປ ຮົ່ງກົງ ເພື່ອຊີ້ນຳ ກອງປະຊຸມໂຮມ 3 ອົງການ ພັກກອມມູນິດ ຢູ່ພາຍໃນປະເທດ ຂອງ ຫວຽດນາມ ແມ່ນ: ພັກກອມມູນິດ ອິນດູຈີນ, ພັກກອມມູນິດ ອານນາມ, ສະຫະພັນພັກກອມມູນິດ ດິນດູຈີນ ເປັນໜຶ່ງດຽວ. ເລື່ອງຄັດເລືອກຈຸດເວລາ ສ້າງຕັ້ງ ພັກກອມມູນິດ ຫວຽດນາມ ໃນວັນທີ 03 ກຸມພາ, ໄດ້ຮັບຖືວ່າ ແມ່ນການຕັດສິນທີ່ສະຫຼາດສ່ອງໃສ.

ໃນຂະນະນັ້ນ, ຜູ້ຊ່ວຍວຽກຮຽບຮຽງສູນຮຽບຮຽງປື້ມປະຫວັດສາດ ຮົ່ງກົງ, ທ່ານນາງ Sharon Zhang, ຕີລາຄາວ່າ, ເຫດການກອງປະຊຸມໂຮມບັນດາອົງການຈັດຕັ້ງພັກຢູ່ພາຍໃນປະເທດເປັນໜຶ່ງດຽວ ໃຫ້ກາຍເປັນພັກກອມມູນິດ ຫວຽດນາມ ໃນວັນທີ 03 ກຸມພາ ມີຄວາມໝາຍສຳຄັນທີ່ສຸດຕໍ່ຂະບວນການປະຕິວັດ, ກໍຄືພາລະກິດຕໍ່ສູ້ປົດປ່ອຍຊາດຂອງຊາດ ຫວຽດນາມ.

ຂີດໝາຍຂອງປະທານ ໂຮ່ຈີມິນ ພາຍໃຕ້ການສັງເກດຂອງບັນດານັກຄົ້ນຄວ້າປະຫວັດສາດຕ່າງປະເທດ - ảnh 2ນັກປະຫວັດສາດ ອັງກິດ John Callow
(ພາບ: TTXVN)

ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ອັງກິດ, ນັກປະຫວັດສາດ ອັງກິດ John Callow ໃຫ້ຂໍ້ສັງເກດວ່າ, ຍາດທີ່ຂາດຄິດໄດ້ພາລະກິດປົດປ່ອຍຊາດ ຫຼື ເສັ້ນທາງເອກະລາດຂອງຊາດ ຫວຽດນາມ ທີ່ບໍ່ມີການມີໜ້າ ແລະ ຂີດໝາຍສ່ວນຕົວຂອງປະທານ ໂຮ່ຈີມິນ. ທ່ານຖືວ່າ, ປະທານ ໂຮ່ຈີມິນ ໄດ້ເຕົ້າໂຮມຄຸນນະທາດຂອງຜູ້ຮັກຊາດຢ່າງຄົບຖ້ວນ, ນັກປະຕິວັດ, ນັກຮຽນຮູ້, ນັກກະວີ, ນັກການເມືອງ, ນັກທິດສະດີ ແລະ ຜູ້ເດີນຕາມລັດທິ Maxr ຍິ່ງໃຫຍ່. ຕາມທ່ານ John Callow, ປະຈຸບັນ, ຫວຽດນາມ ພວມປ່ຽນແປງ ແລະ ພວມພົ້ນເດັ່ນຂຶ້ນບົນເວທີສາກົນ. ທ່ານເຊື່ອໝັ້ນວ່າ, ການປະດິດຄິດສ້າງ, ມີໄຫວພິບຂອງແນວຄິດປະທານ ໂຮ່ຈີມິນ, ການອຸທິດສ່ວນທີ່ໃຫຍ່ຫຼວງຂອງເພີ່ນ ຈະສືບຕໍ່ແມ່ນແປວໄຟສ້າງອະນາຄົດຂອງ ຫວຽດນາມ ບົນເສັ້ນທາງພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ