ຂີດ​ໝາຍ​ໃໝ່ ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​​​ສອງ​ຝ່າຍ ລະ​ຫວ່າງ ຫວຽດ​ນາມ ກັບ ໂມ​ຊຳ​ບິກ ແລະ ອາ​ຟ​ຣິ​ກາ​ໃຕ້

(VOVWORLD) - ວັນທີ 17 ກັນຍາ ທີ່ຜ່ານມາ, ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໄດ້ເດີນທາງກັບມາເຖິງ ຫວຽດນາມ, ສຳເລັດການຢ້ຽມຢາມ ໂມຊຳບິກ  ແລະ ອາຟຣິກາໃຕ້ ຢ່າງເປັນທາງການແຕ່ວັນທີ 10-17 ກັນຍາ. ທ່ານ ນາງ ເລທິທູຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕິດຕາມທ່ານນາງຮອງປະທານປະເທດ, ຕອບສຳພາດນັກຂ່າວ ກ່ຽວກັບຜົນການຢ້ຽມຢາມໃນຄັ້ງນີ້.
ຂີດ​ໝາຍ​ໃໝ່ ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​​​ສອງ​ຝ່າຍ ລະ​ຫວ່າງ ຫວຽດ​ນາມ ກັບ ໂມ​ຊຳ​ບິກ ແລະ ອາ​ຟ​ຣິ​ກາ​ໃຕ້ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັ້ງຊ໋ວນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ໂມຊຳບິກ Filipe Nyusi (ພາບ: TTXVN)

ເມື່ອເວົ້າເຖິງຄວາມໝາຍຂອງການເດີນທາງຢ້ຽມຢາມ ໂມຊຳບິກ ແລະ ອາຟຮິກາໃຕ້ ຢ່າງເປັນທາງຂອງ ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ, ທ່ານ ນາງ ເລທິທູຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນຫຼາຍຢ່າງຕໍ່ກັບ ຫວຽດນາມ ແລະ ສອງປະເທດເພື່ອນມິດ, ກາຍເປັນຂີດໝາຍໃໝ່ໃນການເພີ່ມທະວີການພົວພັນສອງຝ່າຍ, ເປັນຄັ້ງທຳອິດທີ່ການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂມຊຳບິກ ໃນຮອບ 7 ປີ ແລະ ອາຟຣິກາໃຕ້ ໃນຮອບ 4 ປີ.

       ກ່ຽວກັບໝາກຜົນທີ່ພົ້ນເດັ່ນຂອງການຢ້ຽມຢາມທີ່ສຳຄັນນີ້, ທ່ານ ນາງ ເລທິທູຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການຢ້ຽມຢາມປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ລະຫວ່າງ ຫວຽດນາມ ກັບ ໂມຊຳບິກ ແລະ ອາຟຣິກາໃຕ້ ຍິ່ງຂຶ້ນ. ໂມຊຳບິກ ແລະ ອາຟຣິກາໃຕ້ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນປະຕູເພື່ອໃຫ້ ຫວຽດນາມ ຮ່ວມມືກັບ ສະຫະພາບອາຟຣິກາ (AU) ແລະ ເຂົ້າເຖິງຕະຫຼາດຂອງອາຟຣິກາ. ການຢ້ຽມຢາມ ໂມຊຳບິກ ແລະ ອາຟຣິກາໃຕ້ ຂອງ ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໄດ້ສຳເລັດຢ່າງຈົບງາມໃນທຸກດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ