ຂໍ້ສະເໜີຂອງເດັກນ້ອຍຖືກສົ່ງເຖິງບັນດາກະຊວງ,ຂະແໜງການປະເທດຕ່າງໆໃນກຸ່ມອາຊຽນ

ຂໍ້ສະເໜີຂອງເດັກນ້ອຍຖືກສົ່ງເຖິງບັນດາກະຊວງ,ຂະແໜງການປະເທດຕ່າງໆໃນກຸ່ມອາຊຽນ - ảnh 1
​ເວທີ​ປາ​ໄສ​ເດັກນ້ອຍ ອາ​ຊຽນ ຄັ້ງ​ທີ 4
(ພາບ: radiovietnam)

(vovworld) - ຕອນ​ບ່າຍ​ວັນ​ທີ 22/06 ຢູ່​ຮ່າ​ໂນ້ຍ ​ເວທີ​ປາ​ໄສ​ເດັກນ້ອຍ ອາ​ຊຽນ ຄັ້ງ​ທີ 4 ຖືກ​ອັດ​ລົງ ພາຍ​ລັງກາ​ນປຶກສາ​ຫາລື, ​ເຈລະຈາມາ​ເປັນ​ເວລາ 4 ວັນ. ​ໃນ​ວາລະ​ອັດ​ເວທີ​ປາ​ໄສ, ​ຜູ້ຕາງ​ໜ້າເດັກນ້ອຍ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​​ໃນ​ປະຊາ​ຄົມ ອາ​ຊຽນ ມີ​ວາລະ​ເຈລະຈາ​ກັບ​ຜູ້ຕາງໜ້າ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຮັບຜິດ​ຊອບປະຫວັດ​ດີ​ສັງຄົມ ​ແລະ ພັດທະນາ​ຂອງ ອາ​ຊຽນ ​ແລະ ຜູ້ຕາງ​ໜ້າ​ບາງ​ອົງການຂະ​ແໜງ​ສະ​ເພາະ​ທີ່​ກ່ຽວຂ້ອງຢູ່ ຫວຽດນາມ. ທ່ານ ດັ້ງ​ຮວາ​ນາມ ຫົວໜ້າ​ກົມ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ເດັກນ້ອຍ ຂຶ້ນ​ກັບ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ບັນດາ​ຂໍ້​ສະ​ເໜີ​ທັງ​ໝົດ​ຂອງ​ພວກ​ນ້ອງ​ຢູ່​ເວທີ​ປາ​ໄສນັ້ນ ​ກະ​ຂວງ​ແຮງ​ງານ - ທະ​ຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈະສົ່ງ​ເຖິງ​ນາຍົກລັດຖະມົນຕີ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງມີ​ຄວາມ​ຮັບຜິດ​ຊອບ, ສິດ​ອຳນາດ ​ເພື່ອແກ້​ໄຂ​. ບັນດາ​ກະຊວງ, ຂະ​ແໜງ​ການ​ພິຈາລະນາ​ບັນດາຄວາມ​ມຸ່ງ​ມາດ​ປາດ​ຖະໜາອັນ​ຊອບ​ທຳ ​ແລະ ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ທີ່ສາມາດ​ປະຕິບັດ​ໄດ້​​ໃນ​ທັນທີ. ທີ່​​ເວທີ​ປາ​ໄສ​ຄັ້ງ​ທີ 5, ບັນດາ​ກະຊວງ, ຂະ​ແໜງ​ການຈະ​ແຈ້ງ​ຄືນ​ໃຫ້​ຜູ້ຕາງໜ້າ​ເດັກນ້ອຍ​ກ່ຽວ​ກັບ​ບັນດາ​ເລື່ອງ ​ເຊິ່ງກະຊວງ​ຂອງ​ຕົນ​ປະ​ຕິບັດ​ໄດ້, ບັນດາ​ເລື່ອງທີ່​ຍັງ​ບໍ່​ທັນ​ປະຕິບັດ​ໄດ້ ຈະ​ສືບ​ຕໍ່​ປະຕິບັດ ​ເພື່ອ​ຕອບ​ສະໜອງ​ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ພວກ​ນ້ອງ.

        ​ແລ​ະ​ໃນຕອນ​ຄ່ຳວັນ​ດຽວ​ກັນ, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ​ເດັກນ້ອຍ ອາ​ຊຽນ ຄັ້ງ​ທີ 4, ​ເດັກນ້ອຍ​ບັນດາ​ປ​ະ​ເທດ​ເຂົ້າ​ຮ່ວມງານ​​ພົບ​ປະ​ແລ​ກປ່ຽນ​ວັດທະນະທຳ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈກ່ຽວ​ກັບ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ ອາ​ຊຽນ ຫລາຍ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ