ຂະບວນການ3ກຽມພ້ອມ:ປະຫວັດສາດແລະຄວາມໝາຍຍຸກສະໄໝ

ຂະບວນການ3ກຽມພ້ອມ:ປະຫວັດສາດແລະຄວາມໝາຍຍຸກສະໄໝ - ảnh 1
ກອງປະຊຸມສຳມະນາຖືກຈັດຂຶ້ນໃນຕອນເຊົ້າວັນທີ 22/4
(ພາບ: doanthanhnien.vn)

(vovworld) – ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງຂະ​ບວນການ 3 ກຽມພ້ອມ(30/4/1964 – 30/4/2014), ວັນ​ທີ 22/4, ມະຫາວິທະຍາ​ໄລ​ສ້າງ​ຄູ ຮ່າ​ໂນ​້ຍ ຈັດຕັ້ງກອງ​ປະ​ຊຸມສຳ​ມະ​ນາ “ຂະ​ບວນການ 3 ກຽມພ້ອມ - ປະຫວັດສາດ ​ແລະ ຄວາມໝາຍຍຸກສະ​ໄໝ”​. ທີ່ ກອງ​ປະ​ຊຸມສຳ​ມະ​ນາ, ບັນດາ​ນັກວິທະຍາສາດ,​ ນັກ​ປະຫວັດສາດ, ພະນັກງານ, ຄູອາຈານ, ສະມາ​ຊິກ​ຊາວໜຸ່ມຂອງມະຫາວິທະຍາ​ໄລ​ສ້າງຄູ​ ຮ່າ​ໂນ​້ຍ ​ໄດ້​​ໂອ້​ລົມ​ສົນທະນາ, ຕີ​ລາຄາ​ກ່ຽວກັບ​ປະຫວັດສາດ ​ແລະ ຄວາມໝາຍຍຸກສະ​ໄໝຂອງຂະ​ບວນການ “3 ກຽມພ້ອມ” ​ຊຶ່ງ​ເລີ່​ມຕົ້ນຈາກມະຫາວິທະຍາ​ໄລ​ຄູ​ສອນ ຮ່າ​ໂນ​້ຍ. ບັນດາ​ການ​ປະກອບສ່ວນຂອງມະຫາວິທະຍາ​ໄລ​ສ້າງຄູ​ ຮ່າ​ໂນ​້ຍ ​ເວົ້າສະ​ເພາະ ​​ແລະ ນະຄອນ ຮ່າ​ໂນ້ຍ ​ເວົ້າລວມສຳລັບ​ການ​ລິ​ເລີ່​ມ, ຂະຫຍາຍຂະ​ບວນການ “3 ກຽມພ້ອມ” ມີ​ຄຸນຄ່າ​ດ້ານ​ທິດ​ສະ​ດີ, ຕົວ​ຈິງ​ທີ່​ເລີກ​ເຊີ່ງ​ສຳລັບ​ຂະ​ບວນການ​ຊາວໜຸ່ມ ຫວຽດນາມ. ນັກ​ຄົ້ນຄວ້າປະຫວັດ​ສາດ ​ເຢືອງຈຸ​ງກັວກ ​ໃຫ້​ຮູ້​ວ່າ:

      “ຂ້າພະເຈົ້າຖືວ່ານີ້ແມ່ນເຫດການສຳຄັນຍິ່ງ.ເພາະອາດຈະເວົ້າວ່າໃນປະຫວັດສາດ, ບໍ່​ມີ​ຍຸກ​ສະ​ໄໝ​ໃດ​ທີ່ບໍ​ມີ​ບົດບາດ​ຂອງ​ຊາວໜຸ່ມ.  ດັ່ງນັ້ນພວກ​ເຮົາ​ເມື່ອ​ເວົ້າ​ເຖີງຂະ​ບວນການ“3 ກຽມພ້ອມ” ບໍ່ພຽງ​ແຕ່​ແມ່ນ​ເວົ້າ​ຄືນເຖີງອະ​ດີດ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ໃຫ້​ພວກ​ເຮົາວາງບົດບາດ​ຂອງ​ຊາວໜຸ່ມປະຈຸ​ບັນ​ກຽມພ້ອມປະກອບ​ເຫື່ອ​ແຮງ​​ເພື່ອຂະ​ບວນການສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຂະ​ບວນ​ການຫັນ​ປະ​ເທດ​ເປັນ​ທັນ​ສະ​ໄໝ,​ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ຊາວໜຸ່ມ”.


ຂ່າວ/ບົດ​ອື່ນ