ຂະ​ບວນ​ການ​ແຂ່ງ​ຂັນ​ແມ່ນ​ກົກ​ເ​ຄົ້າຂອງ​ກຳ​ລັງ​ແຮງແຫ່ງ​ການ​ພັດ​ທະ​ນ​າ

(VOVWORLD) -    ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ທັນວາ ດ້ວຍຫົວຂໍ້ “ສາມັກຄີ, ປະດິດຄິດສ້າງ, ແຂ່ງຂັນກັນສ້າງສາ ແລະ ປົກປັກຮັກສາປະເທດຊາ”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 2.300 ທ່ານ ເຊິ່ງລວມມີ ການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມວິລະຊົນ, ແບບຢ່າງດີເດັ່ນ ທີ່ຕາງໜ້າໃຫ້ຂົງເຂດຕ່າງໆ; ຜູ້ຕາງໜ້າທາງສາສະໜາ, ຊົນເຜົ່າ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ແພດໝໍ, ຄູອາຈານ, ນັກສິລະປະກອນ…
ຂະ​ບວນ​ການ​ແຂ່ງ​ຂັນ​ແມ່ນ​ກົກ​ເ​ຄົ້າຂອງ​ກຳ​ລັງ​ແຮງແຫ່ງ​ການ​ພັດ​ທະ​ນ​າ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

        ກ່າວຄຳເຫັນໄຂ ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ກ່ອນນີ້ 72 ປີ, ປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກຂອງພວກເຮົາໄດ້ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ. ປະຕິບັດຄຳຮຽກຮ້ອງອັນສັກສິດນັ້ນ, ປະຊາຊົນຫວຽດນາມທັງຊາດໄດ້ຫ້າວຫັນອອກແຮງແຂ່ງຂັນກັນສ້າງປະເທດຫວຽດນາມ ໃຫ້ເປັນປະເທດ ທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ວິໄລ.ລ

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ປັດຈຸບັນ, ພາລະກິດທີ່ໃຫຍ່ຫຼວງ, ທີ່ຕັ້ງບົດບາດ ແລະ  ອິດທິພົນຊື່ສຽງເຊິ່ງປະເທດບັນລຸໄດ້ນັ້ນ ແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງມາຈາກຂະບວນການແຂ່ງຂັນທີ່ຟົດຟື້ນຄັ້ງຕ່າງໆ ແລະ ນັບມື້ນັບແຜ່ຂະຫຍາຍຢ່າງແຮງ, ບັນດາແບບຢ່າງດີເດັ່ນຂອງຫວຽດນາມ ນັບມື້ນັບຫຼາຍຂຶ້ນ.

        “ບັນດາຂະບວນການແຂ່ງຂັນໄດ້ປະກອບສ່ວນສຳຄັນເຂົ້າໃນການລະດົມກຳລັງແຮງອັນໃຫຍ່ຫຼວງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ; ປຸກລຸກຄວາມເອກອ້າງທະນົງໃຈ, ນ້ຳໃຈເຊີດຊູຊາດຕົນເອງ, ຫຼໍ່ຫຼອງເຈດຈຳນົງທີ່ເຂັ້ມແຂງ, ຄາດຫວັງອັນແຮງກ້າຂອງຊາດຫວຽດນາມ. ຜ່ານຜ່ານ້ຳໃຈແຂ່ງຂັນດ້ວຍຕົນເອງ ແມ່ນກົກເຄົ້າຂອງກຳລັງແຮງແຫ່ງການພັດທະນາ.”

ຂະ​ບວນ​ການ​ແຂ່ງ​ຂັນ​ແມ່ນ​ກົກ​ເ​ຄົ້າຂອງ​ກຳ​ລັງ​ແຮງແຫ່ງ​ການ​ພັດ​ທະ​ນ​າ - ảnh 2 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳ (ພາບ: TTXVN)

ທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີບົດກ່າວປາໄສຊີ້ນຳ, ທ່ານເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ຂະບວນການແຂ່ງຂັນຮັກຊາດ ຄວນໄດ້ຮັບການລະດົມກຳລັງໃຈຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນທົ່ວປະເທດ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງເອົາກາລະໂອກາດ ແລະ ຜົນງານທີ່ດີຂອງການປະຕິວັດອຸດສາຫະກທຳຄັ້ງທີ 4  ແລະ ທ່າອ່ຽງຫັນປ່ຽນການຄ້າ, ການລົງທຶນ, ຫັນເປັນດີຈີຕອນໃຫ້ເປັນຢ່າງດີ ເພື່ອນຳປະເທດຊາດພັດທະນາ, ສູ້ຊົນ, ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ (2021 2025) ໃຫ້ຮອບດ້ານ. ບັນດາຂະບວນການແຂ່ງຂັນ ຄວນມີເປົ້າໝາຍທີ່ແທດຈິງ, ລະອຽດ, ຕິດພັນກັບການປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ, ສຳນັກງານ, ກົມກອງແລະ ຈັດຂຶ້ນເປັນປະຈຳ. ພ້ອມກັນນັ້ນ ສືບຕໍ່ປ່ຽນແປງໃໝ່ຢ່າງຮອບດ້ານ, ເສີມຂະຫຍາຍຫົວຄິດປະດິດຄິດສ້າງໃນການຈັດຕັ້ງຂະບວນການແຂ່ງຂັນຄັ້ງຕ່າງໆ.”

ຕອບກັບ

ຂ່າວ/ບົດ​ອື່ນ