“ຂະບວນການແດງປີ 2019” ສຶກສາແບ່ງປັນຄວາມຮັກແພງ

(VOVWORLD) -ວັນທີ 06 ກໍລະກົດ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ - ລາຍການ “ຂະບວນການແດງ” ປີ 2019.

“ຂະບວນການແດງປີ 2019” ສຶກສາແບ່ງປັນຄວາມຮັກແພງ - ảnh 1 “ຂະບວນການແດງປີ 2019” ສຶກສາແບ່ງປັນຄວາມຮັກແພງ

(ພາບ: qdnd.vn)

ລາຍການຖືກດຳເນີນໃນລະຫວ່າງກາງເດືອນ ເມສາ ຮອດທ້າຍເດືອນ ກໍລະກົດ 2019, ຢູ່ 39 ແຂວງ, ນະຄອນໃນທົ່ວປະເທດ, ຄາດວ່າຈະໄດ້ຮັບເລືອດຢ່າງໜ້ອຍສຸດ 60.000 ຖົງ.

        ລາຍການຂະບວນການແດງປີ 2019 ໄດ້ດຳເນີນຢູ່ໂຮງຮຽນລົງເລິກຂະແໜງມັດທະຍົມຕອນປາຍ ວໍງວຽນຢ໊າບ, ນະຄອນດົ່ງເຮີ໊ຍ, ແຂວງກວາງບິ່ງ. ນີ້ແມ່ນຄັ້ງທີ 6 ທີ່ລາຍການນີ້ໄດ້ຈັດຂຶ້ນຢູ່ແຂວງກວາງບິ່ງ. ທ່ານ ຫງວຽນຕ໊ຽນຮ່ວາງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ, ໃຫ້ຮູ້ວ່າ.

        “ບັນດາເລືອດທີ່ໄດ້ຮັບບໍລິຈາກແມ່ນຂອງຂວັນອັນລ້ຳຄ່າ, ສາມາດແກ້ໄຂສະພາບຂາດເລືອດເພື່ອປິ່ນປົວໃຫ້ຄົນເຈັບ, ຜ່ານນັ້ນ, ຂະບວນການແດງ ໄດ້ປະກອບສ່ວນສຶກສາລຸ້ນໜຸ່ມກ່ຽວກັບນ້ຳໃຈອູ້ມຊູຊ່ວຍເຫລືອຊຶ່ງກັນ ແລະ ກັນ, ຊ່ວຍໃຫ້ລຸ້ນໜຸ່ມເຮັດບັນດາວຽກງານດ້ວຍຄວາມສະໝັກໃຈ, ຍາມໃດກໍ່ພ້ອມແລ້ວທີ່ຈະອຸທິດສ່ວນ ແລະ ຮູ້ແບ່ງປັນໃຫ້ກັນ”.

        ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ຟູ໊ອຽນ ແລະ ແຄ໊ງຮ່ວາ, ລາຍການດັ່ງກ່າວໄດ້ດຶງດູດພະນັກງານ, ນັກຮົບ, ພາລະກອນ, ລັດຖະກອນ ແລະ ປະຊາຊົນໃນບໍລິເວນແຂວງເກືອບ 2.000 ຄົນເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ