ຂະ​ບວນ​ລົດ​​ລຳລຽງ​ເຄື່ອງ​ຊ່ວຍ​ເຫຼືອ​ນາ​ໂຕ ໄປ​ຮອດອາບ​ການ​ນີສະຖານ

ຂະ​ບວນ​ລົດ​​ລຳລຽງ​ເຄື່ອງ​ຊ່ວຍ​ເຫຼືອ​ນາ​ໂຕ ໄປ​ຮອດອາບ​ການ​ນີສະຖານ - ảnh 1

(ພາບ:dantri.com.vn)​

( vovworld ) – ວັນ​ທີ 5/7, ຂະ​ບວນ​ລົດ​ລຳລຽງ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​​ແກ່ກຳລັງ​ນາ​ໂຕ ຢູ່​ອາບ​ການ​ນີສະຖານ ຊຸດ​ທຳ​ອິດ ​ໄດ້​​ໄປຜ່ານ​ເຂດ​ຊາຍ​ແດນ​ປາ​ກີ​ສະຖານ ​ເຂົ້າເຂດ​ຊາຍ​ແດນອາບ​ການ​ນີສະຖານ ພາຍຫຼັງ​ທີ່ ອິດສລາມາ​ບາດ ຕົກລົງ​ຢຸດຕິ​ການ​ປິດ​ລ້ອມ​ເສັ້ນທາງ​ນີ້ທີ່​ໄດ້​ແກ່ຍາວ​ໃນ​ເວລາ 7 ​ເດືອນ​ຜ່ານ​ມາ. ອົງການ​ສືບສວນ​ລະຫວ່າງລັດ​ຂອງ​ປາ​ກີ​ສະຖານ ຮັບ​ຮູ້​ວ່າ: ມີ​ລົດ​ບັນທຸກ 3 ຄັນ ​ໄ​ດ້​ເຮັດ​ລະບຽບ​ການ​ຜ່ານ​ດ່ານ​ຊາຍແດນ ​ແລະ 2 ​ໃນ ຈຳນວນ 3 ຄັນນັ້ນ​ໄດ້​ຜ່ານດ່ານ​ຊາ​ຍ​ແດນ​ເຂົ້າ​ເຂດ​ດິນ​ແດນອາບ​ກາ​ນີສະຖານ​ ແລ້ວ. ລົດ​​ລຳລຽງ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ກຳລັງ​ນາ​ໂຕ​ ສ່ວນ​ຫຼາຍ​ຕ້ອງ​ລໍຖ້າ​ຢູ່​ທ່າ​ກຳ​ປັ່ນ ກາຣາຈີ ຂອງ​ປາ​ກີ​ສະຖານ ​ໃນ​ຕະຫຼອດ​ເວລາ 7 ​ເດືອນ​ຜ່ານ​ມາ. ບັນດາ​ເຈົ້າໜ້າ​ທີ່ຢູ່​ທີ່​ນີ້​ໃຫ້​ຮູ້​ວ່າ ຈະ​ຕ້ອງ​ເສຍ​ເວລາ 2,3 ວັນ​ເພື່ອ​ເລີ່​ມຕົ້ນການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງກ່າວ ຍ້ອນ​ວ່າ ປະຈຸ​ບັນ​ ພວມ​ຕ້ອງ​ນຳ​ໃຊ້ ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ ​ເພື່ອ​ແນ​ໃສ່​ປ້ອງ​ກັນ​ເຄື່ອງ​ຂອງອອກ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ທະຫານ​ກະບົດ​ຕາ​ລີ​ບານ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ