ຂະບວນລົດໂອໂຕທ່ອງທ່ຽວແລະໂຄສະນາອາຊຽນ-ຈີນ2016ສິ້ນສຸດການເດີນທາງ

ຂະບວນລົດໂອໂຕທ່ອງທ່ຽວແລະໂຄສະນາອາຊຽນ-ຈີນ2016ສິ້ນສຸດການເດີນທາງ - ảnh 1
ຂະ​ບວນລົດ​ໂອ​ໂຕ​ທ່ອງ​ທ່ຽວ ​ແລ​ະ ​ໂຄສະນາ ອາ​ຊຽນ - ຈີນ ປີ 2016
(ພາບ: TTXVN)

(vovworld) - ວັນ​ທີ 11/12, ຂະ​ບວນລົດ​ໂອ​ໂຕ​ທ່ອງ​ທ່ຽວ ​ແລ​ະ ​ໂຄສະນາ ອາ​ຊຽນ - ຈີນ ປີ 2016 (CAITA) ​ໄດ້​ໄປ​ຮອດນະຄອນຫລວງ Jakarta, ​ສິ້ນ​ສຸດ​ການ​ເດີນທາງດ້ວຍ​ໄລຍະຍາວ 10.000 ກມ ​ໃນ 20 ວັນ ​ແລະ ຜ່ານ 9 ປະ​ເທດ​ໃນ​ພາກ​ພື້ນ. ຂະ​ບວນລົດ​ລວມມີ 25 ຄັນ​ດ້ວຍ​ສະມາ​ຊີກ​ເກືອບ 100 ຄົນ, ​ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນບັນດາການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ ສະຫຼອງ 25 ປີ​ແຫ່ງ​ການ​ພົວພັນ​ຄູ່ວັນ​ເຈລະຈາ ອາ​ຊຽນ - ຈີນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບຂະ​ບວນລົດ​ໂອ​ໂຕ CAITA ຢູ່ສຳນັກງານ​ຄະນະ​ເລຂາ ອາ​ຊຽນ ທີ່ Jakarta ທ່ານ​ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ Mochtan ​ເນັ້ນ​ໜັກ​ວ່າ: ລາຍການ​ນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບ​ປະ​ແລ​ກປ່ຽນ​ລະຫວ່າງປະຊາຊົນ​ບັນດາ​ປະ​ເທດ, ​ແມ່ນ​ຂົວ​ຕໍ່​ທີ່ສຳຄັນ ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈ​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ ຈີນ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ.

        ທ່ານ ບູຍກູ​ຍຟອງ ສະມາຊິກ​ຄະນະ ຫວຽດນາມ ​ໃຫ້​ຮູ້​ວ່າ: ຄະນະ ຫວຽດນາມ ​ເຂົ້າ​ຮ່ວມ​ເຫ​​ດການ​ນີ້ ລວມມີ 5 ຄົນ, ​ໃນ​ນັ້ນ ມີ​ນັກ​ຂ່າວ 2 ຄົນ. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ທີ່​ສຸດ, ສ້າງຄວາມ​ເຂົ້າອົກ​ເຂົ້າ​ໃຈ,  ​ແບ່ງປັນ​ກ່ຽວ​ກັບ​ວັດທະນະທຳ ກໍ່​ຄືກ​ານ ຮ່ວມ​ມືດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​​ໃນພາກ​ພື້ນ.

 

ຂ່າວ/ບົດ​ອື່ນ