ຂະແຫນງກວດສອບສອງປະເທດຫວຽດນາມ-ຈີນເພີ່ມທະວີການຮ່ວມມື

ຂະແຫນງກວດສອບສອງປະເທດຫວຽດນາມ-ຈີນເພີ່ມທະວີການຮ່ວມມື - ảnh 1
ຄະນະຜູ້ແທນອົງການກວດສອບຫວຽດນາມ
ພາບ:vov

 (vovworld)- ​​​​ ຂະ​​ແຫນງ​ກວດ​ສອບ​ສອງ​ປະ​ເທດຫວຽດນາມ-​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ນີ້​ແມ່ນ​ເນື້ອ​ໃນ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 23/10 ລະຫວ່າງ​ອົງການ​ກວດ​ສອບ​ຫວຽດນາມ ​ແລະ ອົງການ​ກວດ​ສອບ​ຈີນ ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ ຫງວຽນ​ຫືວຫວ້ານ, ຫົວຫນ້າ​ອົງການ​ກວດ​ສອບຫວຽດນາມ ​ແລະ ທ່ານ ຫລີ​ວ​ເຈຍ​ອີ ຫົວຫນ້າ​ອົງການ​ກວດ​ສອບ​ຈີນ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ສາກົນ​ບັນດາ​ອົງການ​ກວດ​ສອບ​ສູງ​ສຸດ​ຄັ້ງ​ທີ 21 ຈັດ​ຂຶ້ນ​ຢູ່ ປັກ​ກີ່​ງ ປະ​ເທດ​ຈີນ. ຕາມ​ຂໍ້​ຕົກລົງ​ດັ່ງກ່າວ​ແລ້ວ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ການ​ຮ່ວມ​ມື​​ກວດ​ສອບ​ໃນ​ຂົງ​ເຂດ​ພາກ​ລັດ; ກວດ​ສອບ​ການ​ເຄື່ອນ​ໄຫວ ​ແລະ ກວດ​ສອບ​ສິ່ງ​ແວດ​ລ້ອມ; ຍົກ​ສູງ​ລະດັບ​ຄວາມ​ຮູ້​ວິຊາ​ສະ​ເພາະ ​ແລະ ທັກ​ສະ​ຂອງ​ພະນັກງານ​ກວດ​ສອບ. ທ່ານ ຫງວຽນ​ຫື​ວຫວ້ານ ​ປາດ​ຖະຫນາ​ວ່າ ອົງການ​ກວດ​ສອບ​ຈີນ ຈະ​ສືບ​ຕໍ່​ຊ່ວຍ​ເຫລືອ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ ຫລີ​ວ​ເຈຍ​ອີ ຖື​ວ່າ: ອົງການ​ກວດ​ສອບ​ສອງ​ປະ​ເທດ ຄວນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ກ່ຽວຂ້ອງ​ເຖິງ​ການ​ກວດ​ສອບ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ-ຈີນ​ໃຫ້​ພັດທະນາ​ກວ່າ​ອີກ.

Xuan Dan, ນັກ​ຂ່າວ VOV ປະຈຳ​ຈີນ

 

ຂ່າວ/ບົດ​ອື່ນ