ຂະ​ແໜງ​ນ້ຳມັນ​ອາຍ​​ແກັດ ຫວຽດນາມ ​ບັນລຸ​ໄດ້ 34 ຕື້ USD

ຂະ​ແໜງ​ນ້ຳມັນ​ອາຍ​​ແກັດ ຫວຽດນາມ ມີ​ຍອດ​ຈຳນວນ​ລາຍ​ຮັບ​ກວມ​ເອົາ 20% ​ຫາ 25% GDP ​ຂອງທົ່ວ​ປະ​ເທດ. ປີ 2011 ນີ້ລາຍ​ຮັບ​ຂອງ​ທົ່ວ​ຂະ​ແໜງ​ບັນລຸ​ໄດ້ 34 ຕື້ USD ​ແລະ​ ​ເສຍ​ພາສີ​ກວ່າ 7 ຕື້ USD. ຂະ​ແໜງ​ນ້ຳ​ນັນ​ອາຍ​ແກັດ ຫວຽດນາມ ​ໄດ້​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ຢູ່​ບັນດາ​ປະ​ເທດ​ຄື: ມາ​ເລ​ເຊຍ, ອານ​​ເຢຮີ, ຍີ​ປຸ່ນ, ອາ​ເມ​ລິ​ກາ, ສ.​ເກົາຫຼີ ​ແລະ ອື່ນໆ. ທ່ານ ຫວຽນ​ກວກ​​ເຖີບ, ຮອງ​ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ​ນ້ຳມັ້ນອາຍ​ແກັ​ດ ຫວຽດນາມ ​ໃຫ້​ຮູ້​ວ່າ​ດ້ວຍ​ຂອບ​​ເຂດການເຄື່ອນ​ໄຫວ​ຢູ່ 18 ປະ​ເທດ, ​ໃນ​ໄລຍະ​ທີ​ຈະ​ມາ​ເຖິງ​ຂະ​ແໜງ​ນ້ຳມັ້ນອາຍ​ແກັດ​ ຫວຽ​ດນາມ ຈະ​ສືບ​ຕໍ່​ເປີດ​ກວ້າງ​ອອກ​ສູ່​ບັນດາ​​ພາກ​ພື້ນທີ່​ມີ​ຄວາມ​ສາມາດ​ບົມຊ້ອນ ​ແລະ ການ​ລົງທຶນຫຼາຍ​ຮູບ​​ແບບກັບ​ຄູ່​ຮ່ວມ​ມື​ໃຫຍ່. ທ່ານ ຫວຽນ​ກວກ​​ເຖີບ ​ເວົ້າ​ວ່າ.

 “ ປະຈຸ​ບັນ, ກຸ່ມ​ບໍລິສັດ​ພວມ​ມີ 6 ​ໂຄງການ​ດ້ວຍ​ຂອບ​ຂະໜາດ​ລົງທຶນ​ປະມານ 3 ຕື້ USD ​ໃຫ້​ແກ່​ທ່າ​ກຳ​ປັ່ນ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ນຳ​້ມັ້ນອາຍ​ແກັດ​ຄື: ​ເຟື໋ອ​ກອານ, ງີ​ເຊີນ, ​ເຂດ​ທ່າ​ກຳ​ປັ່ນ​ຂອງ​ໂຮງ​ງານຕໍ່ກຳ​ປັ່ນ ຢູງ​ກວ​ດ, ​ເຢີນ​ແທກ. ກ່ຽວ​ກັບ​ບັນດາ​ໂຄງການ​ຂະໜາດໜ້ອຍ ​ແລະ ຫັນ​ເປັນ​ຫຸ້ນ​ສ່ວນ, ປະຈຸ​ບັນ​ມີ​ປະມານ 11 ​ໂຄງການ​ດ້ວຍ​ຂອບ​ຂະໜາດ​ການລົງທຶນ​ປະມານ 2 ຕື້ USD. ອາດ​ຈະຢືນ​ຢືນ​ໄດ້​ວ່າ, ດ້ວຍ​ທ່າ​ແຮງ​ຂອງ​ຕົນ Petro ຫວຽດນາມ ນັບມື້​ນັບ​ປັບປຸງ​ທີ່​ຕັ້ງ​ບົດບາດ​​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​​ເຊື່ອໃຈ​ ​ແລະ ມີ​ປະສິດທິ​ຜົນ​ສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ  ” .
ຂ່າວ/ບົດ​ອື່ນ