ຂະແໜງສາທາລະນະສຸກ ກຽມພ້ອມຮັບມືກັບ ໂລກລະບາດ


ຂະແໜງສາທາລະນະສຸກ ກຽມພ້ອມຮັບມືກັບ ໂລກລະບາດ - ảnh 1

ທ່ານ​ນາງ​ຫງວຽນ​ທິກິມຕຽນລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ

(ພາບ: http://baodongthap.com.vn)

 (vovworld)- ຂະ​ແໜງ​ສາທາລະນະ​ສຸກ​ກຽມພ້ອມ​ຮັບ​ມື​ກັບ​ໂລກລະບາດ. ທ່ານ​ນາງ​ຫງວຽນ​ທິກິມຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ໃນ​ລາຍການທາງ​ໂທລະພາບ. “ ປຊຊ ຖາມ, ລັດຖະມົນຕີ​ຕອບ“ ​ເມື່ອວັນ​ທີ 2/3. ຕໍ່​ໜ້າສະພາບ​ການ​ໂລກໝາກ​ແດງ​ພວມ​ມີ​ການຜັນ​ແປ​ຢ່າງ​ສັບສົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ, ທ່ານ​ນາງ​ລັດຖະມົນຕີ​ຫງວຽນ​ທິກິມຕຽນ ​ໃຫ້​ຮູ້ວ່າ: ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ມີ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ​ທີ່​ສຸດ, ຊື່​ງ​ໄດ້​ສົ່ງເອກ​ກະສາ​ນ​ໄປ​ຍັງ​ບັນດາ​ແຂວງ, ນະຄອນ​ຊີ້​ນຳ​ບັນດາ​ພະ​ແນ​ກສາທາລະນະ​ສຸກ ​ແລະ ຂະ​ແໜງ​ຕ່າງໆ​ສົມທົບ​ກັນ​ສັກ​ຢາ​ກັນ​ພະຍາດ​ໃຫ້​ແກ່​ເດັກນ້ອຍ​ທຸກ​ຄົນ.

  ສຳ​ລັບ​ໂລກ​ໄຂ້ຫວັດ​ສັດ​ປີກ​ພວມ​ມີ​ໄພ​​ແຜ່​ລາມ​ອອກ​ຢ່າງ​ກວ້າງຂວາງ​ນັ້ນ, ທ່ານ​ນາງ​ລັດຖະມົນຕີ​ຫງວຽນ​ທິກິມຕຽນ ​ໃຫ້​ຮູ້​ວ່າ: ທາງກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຍູ້​ແຮງ​ການ​ໂຄ​ສະນາ​ໃຫ້​ແກ່ ປຊຊ ບັນດາ​ມາດ​ຕະການ​ປ້ອງ​ກັນ​ພະຍາດ ​ແລະ ​ເພີ່ມ​ທະວີການ​ຝຶກ​ອົບຮົມ, ພິ​ເສດ​ແມ່ນ​ບັນດາ​ຫົວໜ່ວຍ​ຝຶກ​ອົບຮົມ​ປິ່ນປົວ​ພະຍາດ, ກະກຽມ​ຢຸກຢາ, ພາຫະນະ​ເຄື່ອງ​ຈັກ, ​ ​ອຸປະກອນ…​ເພື່ອ​ຮັບ​ມື​ກັບ​ໂລກລະບາດ​ຢ່າງ​ທັນ​ການ. ​

  ​ເພື່ອ​ແກ້​ໄຂ​ສະພາບ​ຄົນ​ເຈັບ​ຫຼາຍ​ເກີນ​ໄປ​ຢູ່​ໂຮງໝໍ​ແຫ່ງຕ່າງໆ, ທ່ານ​ນາງ​ລັດຖະມົນຕີ​ຫງວຽນ​ທິກິມຕຽນ ​ໃຫ້​ຮູ້​ວ່າ:

   “ກະຊວງ​ສາທາລະນະ​ສຸດ​ໄດ້​ຍື່ນ​ສະ​​ເໜີແຜນ​ຮ່າງ​​ແກ້​ໄຂ​ສະພາບ​ໂຮງໝໍ​ຮັບ​ຄົນ​ເຈັບ​ຫຼາຍ​ເກີນ​ໄປດ້ວຍ​ຫຼາຍ​ມາດ​ຕະການ​ສັງ​ລວມ ​ ​ແລະ ​ໄດ້​ຮັບ​ການ​​ອະນຸດ​ມັດ​ຜ່ານຈາກ​ລັດຖະບານ, ພ້ອມ​ກັນນັ້ນ​ແມ່ນຕ້ອງມີ​ການ​ເຂົ້າຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ. ທີ 1 ​ແມ່ນ​ເພີ່ມ​ຈຳນວນ​ຕຽງ​ນອນຢູ່​ໂຮງໝໍ. ທີ 2 ​ແມ່ນ​ພວກ​ຂ້າພະ​ເຈົ້າ​​ໄດ້​ສ້າງ ​ແລະ ຜັນ​ຂະຫຍາຍ​ແຜນ​ຮ່າງ​ບັນດາ​ໂຮງໝໍ​ສູນ​ກາງ​ຖ່າຍ​ທອດ​ເຕັກນິກສູງ, ທັນ​ສະ​ໄໝ​ໃຫ້​ແກ່ 45 ​ໂຮງໝໍ​ຢູ່ 32 ​ແຂວງ, ໝາຍ​ຄວາມ​ວ່າ​ພາຍຫຼັງ 2-3 ປີ, ​ໂຮງໝໍ 45 ​ແຫ່ງ​ນີ້​ຈະ​ສາມາດ​ນຳ​ໃຊ້ເຕັກນິກ​ນັ້ນດ້ວຍ​ຕົນ​ເອງ​ໄດ້ ​ເພື່ອ​ຫຼີກ​ລ້ຽງ​ສະພາບ​ສົ່ງ​ຄົນ​ເຈັບໄປ​ໂຮງໝໍ​ສູນ​ກາງ​ອີກ. ທີ 3 ​ແມ່ນ​ກ່ຽວ​ກັບ​ແຜນ​ຮ່າງ 1816 ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ຈາກ​​ໂຮງໝໍ​ຂັ້ນສູນ​ກາງ​ລົງ​ສູ່​ໂຮງໝໍ​ຂັ້ນລຸ່ມ“./.

 

ຂ່າວ/ບົດ​ອື່ນ