ຂະແໜງສານຍູ້ແຮງປະສິດທິຜົນໃນວຽກງານພິພາກສາ

ຂະແໜງສານຍູ້ແຮງປະສິດທິຜົນໃນວຽກງານພິພາກສາ - ảnh 1
ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູ​ນ​ກາງ​ພັກ ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ
(ພາບ: Doãn Tấn/TTXVN)

(vovworld) - ​​ຕອ​ນ​ເຊົ້າ​ວັນ​ທີ 30/9, ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູ​ນ​ກາງ​ພັກ, ເຮັດ​ວຽກ​ກັບ​ຄະ​ນະ​ພັກ​, ການ​ນຳ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ຫົວ​ໜ​້າ​ບັນ​ດາ​ຫົວ​ໜ່​ວຍ​ຂຶ້ນ​ກັບ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ກ່ຽວ​ກັບ​ວຽກ​ງານ​ສານ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເລ​ຮົ່ງ​ແອງ ຊົມ​ເຊີຍ​ຂະ​ແໜງ​ສານ​ໄດ້​ມ​ີ​ການ​ຫັນ​ປ່ຽນ​ຕັ້ງ​ໜ້າ, ຈຳ​ນວນ​ຄະ​ດີ​ໄດ້​ຮັບ​ການ​ແກ້​ໄຂ​​ແມ່ນຫຼາຍ​ຢູ່… ທ່ານ ເລ​ຮົ່ງ​ແອງ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ສານ​ເປັນ​ເຈົ້າ​ການ, ຍົກ​ສູງ​ບັນ​ດາ​ການ​ເຄື່ອນ​ໄ​ຫວ​ຂອງ​ສານ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ພິ​ພາ​ກ​ສາ. ຜ່ານນັ້ນ, ຍູ້​ໄວ​ ແລະ ຍົ​ກ​ສູງ​ຄຸນ​ນະ​ພາບ​ການ​ແກ້​ໄຂ, ພິ​ພ​າກ​ສາ​ບັນ​ດາ​ຄະ​ດີ. ທ່ານ ເລ​ຮົ່ງ​ແອງ, ສະ​ເໜີ​ວ່າ:

        “ຕ້ອງແກ້​ໄຂ​​ສະ​ພາບ​ປະ​ໃຫ້​ມີ​ບັນ​ດາ​ຄະ​ດີ​ຄ້າງ​ສານ​ຍ້ອນ​ສາຍ​ເຫດອັດ​ຕະ​ວິ​ໄສ​ຂອງ​ສານຢ່າງ​​ເຖິງ​ຖອງ, ດັດ​ດ່ຽວບໍ່​ປະ​ໃຫ້​ເກີດ​ເລື່ອງພິ​ພາກ​ສາ​​ຢ່າງ​ຜິດ​ພາດ. ຍົກ​ສູງ​ປະ​ສິດ​ທິ​ຜົນ​ວ​ຽກ​ງານ​ແກ້​ໄຂ​ບັນ​ດາ​ໃບ​ຄຳ​ຮ້ອງ​ຂັ້ນ​ສານ​ຕິດ​ຕາມກວດ​ກາ.”


ຂ່າວ/ບົດ​ອື່ນ