ຂະແໜງໄມ້, ເຄື່ອງສີລະປະຫັດຖະກຳມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ອາຊຽນ

(VOVWORLD) - VIFA ASEAN 2023 ໄດ້ດຶງດູດວິສາຫະກິດເກືອບ 200 ແຫ່ງເຂົ້າຮ່ວມ, ດ້ວຍຮ້ານວາງສະແດງ 600 ຮ້ານ ແລະ ແຂກສາກົນຈົດທະບຽນເຂົ້າຢ້ຽມຊົມເກືອບ 2.000 ຄົນ.
ຂະແໜງໄມ້, ເຄື່ອງສີລະປະຫັດຖະກຳມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ອາຊຽນ - ảnh 1(ພາບປະກອບ: ຄະນະຈັດຕັ້ງງານຕະຫຼາດນັດ)

        ງານຕະຫຼາດນັດສາກົນເຄື່ອງເຟີນີເຈີ, ເຄື່ອງສີລະປະຫັດທະກຳສົ່ງອອກ ຫວຽດນາມ - ອາຊຽນ (VIFA ASEAN 2023) ຈະດຳເນີນແຕ່ວັນທີ 29 ສິງຫາ ຫາວັນທີ 01 ກັນຍາ, ຢູ່ສູນຕະຫຼາດນັດ ແລະ ວາງສະແດງ ໄຊ່ງ່ອນ, ນະຄອນ ໂຮ່ຈີມິນ. ທີ່ການຈັດງານຕະຫຼາດນັດນີ້, VIFA ASEAN 2023 ໄດ້ດຶງດູດວິສາຫະກິດເກືອບ 200 ແຫ່ງເຂົ້າຮ່ວມ, ດ້ວຍຮ້ານວາງສະແດງ 600 ຮ້ານ ແລະ ແຂກສາກົນຈົດທະບຽນເຂົ້າຢ້ຽມຊົມເກືອບ 2.000 ຄົນ. ໃນນັ້ນ, ມີຫຼາຍນັກຜະລິດ, ປຸງແຕ່ງໄມ້ ແລະ ເຄື່ອງສີລະປະຫັດຖະກຳຢູ່ພາຍໃນ ແລະ ບັນດາປະເທດ, ເຂດແຄ້ວນ, ຄື: ອາເມລິກາ, ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ໄທ, ກຳປູເຈຍ… ບັນດາວິສາຫະກິດຂອງ ຫວຽດນາມ ທີ່ເຂົ້າຮ່ວມງານຕະຫຼາດນັດຖືນີ້ແມ່ນກາລະໂອກາດໃຫຍ່ເພື່ອແນະນຳ, ໂຄສະນາຜະລິດຕະພັນຂອງຕົນ.

        ປະຈຸບັນ, ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນເຂດເສດຖະກິດສຳຄັນ ແລະ ຂະຫຍັນຂັນເຄື່ອນຂອງໂລກ ແລະ ນີ້ກໍ່ແມ່ນໜຶ່ງໃນບັນດາສູນຜະລິດ, ສະໜອງເຄື່ອງເຟີນີເຈີ ແລະ ເຄື່ອງສີລະປະຫັດຖະກຳແຖວໜ້າໂລກ. ໃນນັ້ນ, ຫວຽດນາມ ແມ່ນປະເທດສົ່ງອອກຜະລິດຕະພັນຈາກໄມ້ຢືນອັນດັບທີ 1 ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບທີ 2 ຂອງ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ