ຂ່າວກ່ຽວກັບເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF-ASEAN)

(VOVWORLD) - ເຊື່ອມຕໍ່ໂດຍກົງກັບບັນດາການນຳວິສາຫະກິດແຖວໜ້າໃນພາກພື້ນ ອາຊຽນ ແລະ ໂລກ; ອັບເດັດກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ ແລະ ອາຊຽນ ຢ່າງເລິກເຊິ່ງ
ຂ່າວກ່ຽວກັບເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF-ASEAN) - ảnh 1 ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ (VCCI)

ມີຜູ້ຕາງໜ້າວິສາຫະກິດຫວຽດນາມ ແລະ ສາກົນປະມານ 1.200 ຄົນຈະເຂົ້າຮ່ວມກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ, ເຊິ່ງເປັນຄັ້ງທຳອິດທີ່ໄດ້ດຳເນີນຢູ່ນອກເຫດການເວທີປາໄສເສດຖະກິດໂລກ, ຈັດຕັ້ງໃນວັນທີ 13 ກັນຍາຈະມາເຖິງ, ຢູ່ຮ່າໂນ້ຍ.

        ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດໄດ້ສຳຜັດກັບບັນດາກາລະໂອກາດເພື່ອ: ເຊື່ອມຕໍ່ໂດຍກົງກັບບັນດາການນຳວິສາຫະກິດແຖວໜ້າໃນພາກພື້ນ ອາຊຽນ ແລະ ໂລກ; ອັບເດັດກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ ແລະ ອາຊຽນ ຢ່າງເລິກເຊິ່ງ… ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ (VCCI) ໃຫ້ຮູ້ວ່າ:

        “ສານຂອງກອງປະຊຸມນີ້ແມ່ນການເຊື່ອມຕໍ່ ແລະ ມີຫົວຄິດປະດິດສ້າງ. ພວກເພື່ອນຈົ່ງມາ ຫວຽດນາມ ເພື່ອເຊື່ອມຕໍ່ ແລະ ປະດິດຄິດສ້າງກັບພວກຂ້າພະເຈົ້າ, ເພື່ອໃຫ້ ຫວຽດນາມ ກາຍເປັນບ່ອນເຊື່ອມຕໍ່ ແລະ ແມ່ນອູ່ແຫ່ງການປະດິດສ້າງໃນພື້ນຖານເສດຖະກິດ ອາຊຽນ ແລະ ໂລກ. ສິ່ງດັ່ງກ່າວກໍ່ກ່ຽວຂ້ອງເຖິງຫົວຂໍ້ລວມຂອງ WEF ຄັ້ງນີ້ນັ້ນແມ່ນ “ອາຊຽນ 4.0 ນ້ຳໃຈວິສາຫະກິດ ແລະ ການປະຕິວັດ 4.0”. ຄັ້ງນີ້, ພວກເຮົາກໍ່ເນັ້ນໜັກເຖິງບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າ ອາຊຽນ ແລະ ທົ່ວໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ