ຄັ້ງທຳອິດທີ່ ຫວຽດນາມ ຈັດຕັ້ງເວທີປາໄສຂັ້ນສູງການທ່ອງທ່ຽວ ຢູ່ ຮ່າໂນ້ຍ

(VOVWORLD) -  ໃນຂອບເຂດເວທີປາໄສເສດຖະກິດ ຫວຽດນາມ (ViEF) 2018, ເວທີປາໄສຂັ້ນສູງການທ່ອງທ່ຽວ ຫວຽດນາມ 2018 ຈະໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ເປັນຄັ້ງທຳອິດ ໃນລະຫວ່າງວັນທີ 5 – 6 ທັນວາ ນີ້. ຄາດວ່າ ເວທີປາໄສດັ່ງກ່າວ ຈະດຶງດູດແຂກຖືກເຊີນມາເຂົ້າຮ່ວມ 1.500 ຄົນ ເຊິ່ງລວມມີ ບັນດານັກຄຸ້ມຄອງ, ບໍລິຫານວິສາຫະກິດ, ນັກປາຖະກະຖາ…

ນີ້ແມ່ນເຫດການເພື່ອພົບປະ, ສົນທະນາ ແລະ ເຈລະຈາລະດັບຊາດຄັ້ງທຳອິດຂອງຂະແໜງທ່ອງທ່ຽວ. ທີ່ເວທີປາໄສດັ່ງກ່າວ, ບັນດາຜູ້ແທນຈະປຶກສາຫາລືຫຼາຍບັນຫາຄື: ສ້າງໂຄງສ້າງຂະແໜງທ່ອງທ່ຽວ ຄືນໃໝ່ ແລະ ພັດທະນາການທ່ອງທ່ຽວ ຫວຽດນາມ ຕາມທິດມີຄຸນນະພາບ, ຍືນຍົງ; ໂຄສະນາ, ສົ່ງເສີມການທ່ອງທ່ຽວແຫ່ງຊາດ; ປັບປຸງນະໂຍບາຍການອອກວີຊາ - ມາດຕະການຊ່ວຍດຶງດູດແຂກທ່ອງທ່ຽວທີ່ມີຄຸນນະພາບສູງ; ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງສະຖານທີ່ທ່ອງທ່ຽວຕ່າງໆ - ມາດຕະການສຳລັບການພັດທະນາການທ່ອງທ່ຽວແບບຍືນຍົງ; ພື້ນຖານໂຄງລ່າງຂອງຂະແໜງການບິນ - ເງື່ອນໄຂແກ່ນສານເພື່ອພັດທະນາຂະແໜງທ່ອງທ່ຽວ; ດຶງດູດການລົງທຶນຈາກຕ່າງປະເທດສຳລັບການທ່ອງທ່ຽວ ຫວຽດນາມ; ຊັບພະຍາກອນມະນຸດຂະແໜງທ່ອງທ່ຽວ ຫວຽດນາມ ແລະ ການບໍລິການ ການທ່ອງທ່ຽວ; ໝູນໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ