ຄົ້ນຄວ້າການສ້າງມາດຖານທຸກຍາກໃໝ່ຕາມທິດຫຼາຍຮູບການ

ຄົ້ນຄວ້າການສ້າງມາດຖານທຸກຍາກໃໝ່ຕາມທິດຫຼາຍຮູບການ - ảnh 1
(ພາບປະກອບ)

(vovworld) – ສະຫຼຸບ​ທີ່​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ໝາກຜົນ​ການ​ປະຕິບັດ​ວຽກ​ງານ​ຫຼຸດຜ່ອນ​ຄວາ​ທທຸກ​ຍາກ​ປີ 2014 ​ແລະ ທິດ​ທາງ, ໜ້າ​ທີ່ປີ 2015, ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ຮຽກຮ້ອງ​​ໃນ​ປີ 2015 ບັນດາ​ກະຊວງ, ຂະ​ແໜງ​ການ​ສືບ​ຕໍ່​ສຳ​ເລັດ​ກົນ​ໄກ, ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ບົນ​ພື້ນຖານ​ທີ່​ກວດກາ​ແລ້ວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ຕ້ອງ​ສຸມ​ໃສ່​ໃນ​ລະດັບ​ສູງ​ນັບທັງ​ນະ​ໂຍບາຍ ​ແລະ ​ແຫຼ່ງກຳລັງ​ສຳລັບ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ​ແລະ ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຕາມ​ທິດ​ຫຼາຍ​ຮູບ​ການ, ອີງ​ໃສ່ປະຊາ​ຄົມ​ເພື່ອ​ທັງ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ບື່ນຕົວ​ຂຶ້ນ, ທັງ​ປະກອບສ່ວນ​ພັດທະນາ​ປະຊາ​ຄົມ. ​ເລື່ອງ​ສ້າງ​ຕັ້ງ​ນະ​ໂຍບາຍສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມ​ທິດ​ໃຫ້​ກູ້​ຢືມ, ຫຼຸດ​ຜ່ອນ​ການ​ຊ່ວຍ​ເຫຼືອ​ລ້າ; ລະດັບ​ໜູນ​ຊ່ວຍ​ຕາມ​ລະດັບ​ໃຫ້​ບຸລິມະສິດ: ຄອບ​ຄົມ​ທຸກ​ຍາກ, ຄອບຄົວ​ຂ້ອນຂ້າງ​ທຸກ​ຍາກ, ຄອບຄົວ​ຫາ​ກໍ່​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ… ທ່ານຮອງ​ນາຍົກລັດຖະມົນຕີ ຮຽກ​ຮ້ອງ​ໃຫ້​ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ​ມາດຖານ​ທຸກ​ຍາກ​ໃໝ່ ຕາມ​ທິດ​ສຳ​ພັດ​ຫຼາຍ​ຮູບ​ການ; ສືບ​ຕໍ່​ປະຕິບັດ​ຄາດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ສະ​ເລ່ຍ 2% ​ໃນ​ທົ່ວ​ປະ​ເທດ, ລະດັບ​ສະ​ເລ່ຍ 4% ຢູ່​ບັນດາ​ເມືອງ​ທຸກ​ຍາກ, ສູ້​ສົນ​​ໃຫ້ບັນລຸ​​ໄດ້ລະດັບ​ສູງ​ກວ່າ.
ຂ່າວ/ບົດ​ອື່ນ