ຄົນງານຫວຽດນາມອີກ38ຄົນອອກຈາກລີບີກັບເມືອປະເທດ

ຄົນງານຫວຽດນາມອີກ38ຄົນອອກຈາກລີບີກັບເມືອປະເທດ - ảnh 1
ຄົນງານ ຫວຽດນາມ ອີກ 38 ຄົນໄດ້ອອກຈາກ ລີບີ ກັບເມືອ ປະເທດຢ່າງປອດໄພ
(ພາບ: Hoàng Chiến/TTXVN)

(vovworld) – ​ ​ວັນ​ທີ 1/9, ຄົນ​ງານ ຫວຽດນາມ 38 ຄົນ​ທີ່​ພວມ​ເຮັດ​ວຽກ​ຢູ່​ນະຄອນ​ແຄມ​ທະ​ເລ Misrata ຢູ່​ທາງ​ທິດຕາ​ເວັນ​ຕົກ​ພາກ​ເໜືອ ລີ​ບີ ​ໄດ້ຍົກຍ້າຍ​ຢ່າງ​ປອດ​ໄພ​ເຖິງ Tunisia ຜ່ານ​ດ່ານ​ຊາຍ​ແດນ​ທາ​ງບົກ Ras Adjir. ຄາດ​ວ່າ​, ອົງການ​ກ່ຽວຂ້ອງ​ສືບ​ຕໍ່​ຍົກ​ຍ້າຍ​ຄົນ​ງານ 46 ຄົນ​ຢູ່ Misrata ກັບ​ເມືອ​ປະ​ເທດ​ຜ່ານ Tunisia ​ໃນ​ວັນ​ທີ 3/9. ​​ໃນ​ສະພາບ​ການ​ກ່ຽວຂ້ອງ, ທ່ານ​ ດ່າວຢູຍຕ໋ຽນ, ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລີ​ບີ ​ໃຫ້​ຮູ້​ວ່າ: ​ໄລ່ຮອດ​ວັນ​ທີ 1/9, ຍັງ​ມີ​ຄົນ​ງານ ຫວຽດນາມ 222 ຄົນ​ພວມ​ເຮັດ​ວຽກ​ຢຸ່ບັນດາ​​ເຂດ​ປອດ​ໄພ​ຢູ່​ປະ​ເທດ ອາບຟຣີກາ ​ເໜືອ​ນີ້. ຫວຽດນາມ ພວມ​ສຸ​ຊົນ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ຍົກ​ຍ້າຍ​ຄົນ​ງານ ຫວຽດນາມ ​ໃນ​ໄລຍະ​​ເວລາ​ໄວ​ທີ່​ສຸດ.


ຂ່າວ/ບົດ​ອື່ນ