ຄົນ​ເຊື້ອ​ຊາດ​ອາ​ຊີ​ຢູ່ ອາ​ເມ​ລິ​ກາ ຍັງ​ປະ​ເຊີນ​ໜ້າ​ກັບ​ການ​ກະ​ທຳ​ລັງກ​ຽດ ແລະ ຈຳ​ແນກ​ເຊື້ອ​ຊາດ​​ຜິວພັນ

(VOVWORLD) -ການຈຳແນກເຊື້ອຊາດຜິວພັນ ອາດຈະສະແດງໃຫ້ເຫັນຜ່ານຫຼາຍຮູບການທີ່ແຕກຕ່າງກັນ, ໃນນັ້ນມີການລະເມີດສິດພົນລະເມືອງ, ຈຳແນກເຊື້ອຊາດຜິວພັນໃນລະບົບອິນເຕີແນັດ ແລະ ໃຊ້ຄວາມຮຸນແຮງ.
ຄົນ​ເຊື້ອ​ຊາດ​ອາ​ຊີ​ຢູ່ ອາ​ເມ​ລິ​ກາ ຍັງ​ປະ​ເຊີນ​ໜ້າ​ກັບ​ການ​ກະ​ທຳ​ລັງກ​ຽດ ແລະ ຈຳ​ແນກ​ເຊື້ອ​ຊາດ​​ຜິວພັນ - ảnh 1ການແຫ່ຂະບວນປະທ້ອງຮຽກຮ້ອງຢຸດຕິການຈຳແຍກເຊື້ອຊາດຜິວພັນຢູ່ ອາເມລິກາ (ພາບ: THX/TTXVN)

        ວົງຄະນະຍາດຊາວອາເມລິກາ ເຊື້ອຊາດ ອາຊີ ສືບຕໍ່ປະເຊີນໜ້າກັບບັນດາການກະທຳລັງກຽດ ແລະ ຈຳແນກເຊື້ອຊາດຜິວພັນ ທີ່ແນໃສ່ວົງຄະນະຍາດນີ້, ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຕໍ່ສູ້ໃນຕະຫຼອດໄລຍະ 2 ປີຜ່ານມາ.  ນັບແຕ່ພະຍາດໂຄວິດ - 19 ລະບາດຢູ່ອາເມລິກາ (ແຕ່ວັນທີ 19/3/2020 ຫາວັນທີ 31/3/2022), ອົງການບໍ່ຫວັງຜົນກຳໄລ Stop AAPI Hate ໄດ້ຢັ້ງຢືນມີກ່ວາ 11 ພັນ ກໍລະນີບາດໝາງ ແນໃສ່ວົງຄະນະຍາດອາເມລິກາເຊື້ອຊາດອາຊີ. ການຈຳແນກເຊື້ອຊາດຜິວພັນ ອາດຈະສະແດງໃຫ້ເຫັນຜ່ານຫຼາຍຮູບການທີ່ແຕກຕ່າງກັນ, ໃນນັ້ນມີການລະເມີດສິດພົນລະເມືອງ, ຈຳແນກເຊື້ອຊາດຜິວພັນໃນລະບົບອິນເຕີແນັດ ແລະ ໃຊ້ຄວາມຮຸນແຮງ. ໃນຈຳນວນກໍລະນີທີ່ລາຍງານຢັ້ງຢືນມີ ປະມານ 66% ແມ່ນການກະທຳກໍ່ຄວາມວຸ້ນວາຍ ສະແດງອອກຜ່ານຄຳເວົ້າ, ບົດຂຽນ ຫຼືການປະພຶດທີ່ບໍ່ເໝາະສົມ. ບົດລາຍງານໃຫ້ຮູ້ວ່າ ບັນດາການກະທຳລັງກຽດໄດ້ເກີດຂຶ້ນຢູ່ທົ່ວປະເທດອາເມລິກາ, ນັບແຕ່ເຂດຕົວເມືອງ ຈົນຮອດ ຊົນນະບົດ, ຢູ່ບ່ອນທີ່ມີວົງຄະນະຍາດຊາວອາເມລິກາ ເຊື້ອຊາດ ອາຊີ ດຳລົງຊີວິດ. ຕາມບົດລາຍງານແລ້ວ, ລັດ California ໄດ້ຢັ້ງຢືນມີ ຫຼາຍກໍລະນີຈຳແນກເຊື້ອຊາດຜິວພັນ ທີ່ແນໃສ່ ຄົນເຊື້ອຊາດອາຊີ ທີ່ສຸດ, ຖັດຈາກນັ້ນແມ່ນລັດ New York ແລະ  Washington.

ຕອບກັບ

ຂ່າວ/ບົດ​ອື່ນ